ກຸ່ມບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ນໍາເອົາເງິນ ຈໍານວນ 50 ລ້ານກີບ ມາມອບຊຸກຍູ້ວຽກງານກິລາ ກະຊວງ ປກສ ໃນວັນທີ 15 ພະຈິກ 2022, ກ່າວມອບໂດຍ ທ່ານ ສະເໜີ ຈຸນລະມະນີ ຮອງປະທານ ກຸ່ມບໍລິສັດ ນິວຈິບເຊັງ ຈໍາກັດ, ກ່າວຮັບໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງ ປກສ ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ສະເໜີ ຈຸນລະມະນີ ກ່າວວ່າ: ເງິນຈໍານວນດັ່ງກ່າວທີ່ນໍາມາມອບຄັ້ງນີ້ ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານກິລາ ກະຊວງ ປກສ ໂດຍສະເພາະແມ່ນປະກອບສ່ວນໃຫ້ແກ່ທັບນັກກິລາ ກະຊວງ ປກສ ທີ່ຈະເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນຕົ້ນແມ່ນ ການຈັດຊື້ອຸປະກອນ, ຊຸດກິລາ, ການຝຶກຊ້ອມ, ການລົງແຂ່ງຂັນ ແລະ ວຽກງານໃນບັ້ນການແຂ່ງຂັນກິລາຄັ້ງນີ້, ທັງເປັນການຊຸກຍູ້ໃຫ້ກໍາລັງໃຈນັກກິລາ ແລະ ຄະນະຄູຝຶກ ໃນການກະຕຸ້ນສົ່ງເສີມໃຫ້ແກ່ທັບນັກກິລາ ປກສ ຍາດໄດ້ໄຊຊະນະ ກໍຄື ຍາດໄດ້ຫຼຽນຄໍາ, ເງິນ ແລະ ທອງ ກັບມາໃຫ້ ກະຊວງ ປກສ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ສະເໜີ ຈຸນລະມະນີ ທີ່ເຫັນໄດ້ຄວາມສໍາຄັນວຽກງານກິລາຂອງ ກະຊວງ ປກສ ເປັນຕົ້ນແມ່ນ ໄດ້ບິແບ່ງເງິນມາມອບໃຫ້ແກ່ທັບນັກກິລາ ປກສ ໃນບັ້ນທີ່ທັບນັກກິລາ ກະຊວງ ປກສ ຈະເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ, ພ້ອມກ່າວອວຍພອນໄຊໃຫ້ທ່ານຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ການດໍາເນີນທຸລະກິດ ຂໍໃຫ້ມີຄວາມເຕີບໃຫຍ່ຍິ່ງຂຶ້ນ.