ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ 4 ບຸກ ແລະ ເຜີຍແຜ່ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ແລະ ຄໍາສັ່ງ ວ່າດ້ວຍ ການໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ຖັນແຖວຊາວໜຸ່ມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃນວັນທີ 16 ພະຈິກ 2022.

ໃນພິທີ, ພັທ ສັນຕິ ບຸນມາໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຍົກໃຫ້ເຫັນບັນດາຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ເຊິ່ງປະກອບມີ 6 ໝວດ ແລະ 21 ມາດຕາ; ໃນນີ້, ໄດ້ກໍານົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕໍ່ນາຍ ແລະ ພົນຕໍາຫຼວດ. ທັງນີ້, ກໍເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ພາຍໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແນໃສ່ຫຼຸດຜ່ອນຫາງສຽງວິພາກ-ວິຈານຂອງສັງຄົມ ແລະ ເຮັດໃຫ້ກໍາລັງມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີແບບແຜນທັນສະໄໝ, ມີຈັນຍາບັນ-ຈັນຍາທໍາ, ມີລະບຽບວິໄນເຂັ້ມງວດ ສົມເປັນກໍາລັງປະກອບອາວຸດປະຕິວັດທີ່ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ.

ສ່ວນຄໍາສັ່ງວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະຫງົບ ກໍເພື່ອສຶກສາອົບຮົມການເມືອງ-ແນວຄິດຕໍ່ຖັນແຖວນາຍ ແລະ ພົນຕໍາຫຼວດ ທີ່ຢູ່ພາຍໃຕ້ບັງຄັບບັນຊາ ເຊິ່ງໄດ້ກໍານົດລະບຽບການ ແລະ ມາດຕະການໃນການຄຸ້ມຄອງນໍາໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ ແນໃສ່ປົກປ້ອງບົດບາດກຽດສັກສີຂອງ ກໍາລັງປ້ອງກັນຄວາມສະຫງົບ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃນສະເພາະໜ້າ ແລະ ຍາວນານ; ນອກນັ້ນ, ຍັງເປັນການຕິດຕາມກວດກາການເຄື່ອນໄຫວການນໍາໃຊ້ອິນເຕີເນັດ, ສື່ສັງຄົມອອນລາຍທີ່ບໍ່ຖືກຕ້ອງ ແລະ ຍັງເປັນການແກ້ໄຂປະກົດການຫຍໍ້ທໍ້ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.

ໂອກາດດັ່ງກ່າວ, ພັອ ບຸນຈັນ ອິນພົມມາ ໄດ້ຊີ້ນຳຕໍ່ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ໃນກົມໃຫຍ່ຕໍາຫຼວດ ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ-ກໍາແໜ້ນບັນດາຂໍ້ຫ້າມ, ຄໍາສັ່ງ ແລະ ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ຈັດຕັ້ງຜັນຂະຫຍາຍວຽກງານ 4 ບຸກຂອງຊາວໜຸ່ມຢ່າງຕັ້ງໜ້າ ໂດຍຕິດພັນກັບ ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ສຳເລັດຕາມການມອບໝາຍໃຫ້.