ກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ ແລະ ກອງບັນຊາການ ປກສ ແຂວງແທັງຮວ່າ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວິຊາສະເພາະ ປີ 2022-2023 ໃນວັນທີ 11 ພະຈິກ 2022 ທີ່ກອງບັນຊາການ ປກສ ແຂວງແທັງຮວ່າ ສສ ຫວຽດນາມ, ຝ່າຍລາວນໍາພາໂດຍ ພັນເອກ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ຝ່າຍຫວຽດນາມນໍາພາໂດຍ ພົນຈັດຕະວາ ເຈິ່ນ ຟູ່ ຮ່າ ຫົວໜ້າກອງບັນຊາການ ປກສ ແຂວງແທັງຮວ່າ, ໂດຍມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ຍົກໃຫ້ເຫັນສະພາບ ແລະ ຈຸດພິເສດຂອງຕົນ ເປັນຕົ້ນແມ່ນ ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງເຫັນວ່າໃນປັດຈຸບັນນີ້ ທັງສອງຝ່າຍຍັງມີສະພາບການໂຄສະນາສ້າງຕັ້ງລັດຖະບານມົ້ງຈຳນວນໜຶ່ງ ແລະ ໄດ້ພົບເຫັນການໂຄສະນາທາງສື່ອອນລາຍທີ່ບິດເບືອນກັບຄວາມເປັນຈິງ, ການເຄື່ອນໄຫວລັກລອບຕັ້ງພູມລຳເນົາລຽບຕາມຊາຍແດນ, ການເຂົ້າ-ອອກເມືອງຜິດກົດໝາຍ, ອາຊະຍາກຳຢາເສບຕິດລຽບຕາມຊາຍແດນ ແທັງຮວ່າ-ຫົວພັນ.

ຜ່ານມາ, ກຳລັງສະກັດກັ້ນຕ້ານຢາເສບຕິດ ແຂວງແທັງຮວ່າ ສສ ຫວຽດນາມ ໄດ້ພົບເຫັນ ແລະ ມ້າງຄະດີໄດ້ 319 ເລື່ອງ, ມີຜູ້ຖືກຫາ 439 ຄົນ ແລະ ສະພາບການກ່ຽວຂ້ອງໃນແຂວງຫົວພັນ ພົບເຫັນບັນຫາຢາເສບຕິດ ນັບແຕ່ເດືອນກໍລະກົດ ປີ 2019-ກໍລະກົດ ປີ 2022, ເຊິ່ງທາງເຈົ້າໜ້າທີ່ ປກສ ແຂວງຫົວພັນ ສາມາດມ້າງຄະດີຢາເສບຕິດ ໄດ້ທັງໝົດ 466 ເລື່ອງ, ມີຜູ້ຖືກຫາ 520 ຄົນ ຍິງ 58 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 459.823 ເມັດ, ເຮໂຣອິນ 158 ແທ່ງ, ຝຸ່ນຂາວ 3,976 ກຼາມ, ຢາຝິ່ນ 17,457 ກິໂລກຼາມ, ຢາໄອສ໌ 78 ກິໂລກຼາມ ແລະ ບັນຫາການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ ໄດ້ກວດພົບເຫັນທັງໝົດ 77 ຄົນ ຍິງ 17 ຄົນ. ໃນນີ້, ເປັນປະຊາຊົນແຂວງແທັງຮວ່າ 35 ຄົນ ຍິງ 6 ຄົນ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ເປັນເອກະພາບຕີລາຄາສູງຕໍ່ບັນດາໝາກຜົນທີ່ໄດ້ຮັບ ໃນວຽກງານການຮ່ວມມືສອງຝ່າຍ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບພິເສດ ລະຫວ່າງປະຊາຊົນ ແລະ ກຳລັງຕຳຫຼວດຂອງສອງປະເທດ ໂດຍສະເພາະ ກໍຄື ກອງບັນຊາການ ປກສ ແຂວງແທັງຮວ່າ ສສ ຫວຽດນາມ ແລະ ກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ.

ພ້ອມນີ້, ທັງສອງຝ່າຍຍັງໄດ້ລົງລາຍເຊັນບົດບັນທຶກຮ່ວມມືວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໂດຍການລົງນາມຂອງ ພົນຈັດຕະວາ ເຈິ່ນ ຟູ່ ຮ່າ ຫົວໜ້າກອງບັນຊາການ ປກສ ແຂວງແທັງຮວ່າ ສສ ຫວຽດນາມ ແລະ ພັນເອກ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ.