ກອງປະຊຸມປະເມີນ 4 ບຸກ ປະຈຳປີ 2022 ຂອງໜ່ວຍຊາວໜຸ່ມສັນຕິບານ 1 ຫ້ອງສັນຕິບານ ປກສ ແຂວງຫົວພັນ ຈັດຂຶ້ນໃນວັນທີ 16 ພະຈິກ 2022, ໂດຍມີ ສະຫາຍ ພັທ ໄມວອນ ຮຸງທະຈັກ ເລຂາໜ່ວຍພັກສັນຕິບານ 2 ຫົວໜ້າພະແນກ 202, ສະຫາຍ ຮອ ຄຳວີສອນ ວົງສະຫວັນ ເລຂາໜ່ວຍຊາວໜຸ່ມສັນຕິບານ 1 ພ້ອມດ້ວຍສະຫາຍ ພັຕ ນາງ ຈິງ ມະນີພອນ ສອນທະວີໄຊ ຄະນະຮາກຖານຊາວໜຸ່ມ ປກສ ແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ.

ສະຫາຍ ຮອ ຄຳວີສອນ ວົງ ສະຫວັນ ໃຫ້ຮູ້ວ່າ:

ອີງໃສ່ບົດແນະນຳການຈັດຕັ້ງປະຕິບັດແຂ່ງຂັນ 4 ບຸກຂອງ ຄຊປປລ ສະບັບເລກທີ 333/ລຂ ລົງວັນທີ 2 ກໍລະກົດ 2021, ອີງຕາມທິດຊີ້ນຳ-ນຳພາຂອງເລຂາ, ຄະນະຮາກຖານຊາວໜຸ່ມ ປກສ ແຂວງຫົວພັນ, ໜ່ວຍຊາວໜຸ່ມສັນຕິບານ 1 ແມ່ນຂຶ້ນກັບ ຫ້ອງສັນຕິບານ ເປັນເສນາທິການໃຫ້ແກ່ ຮາກຖານຊາວໜຸ່ມ ປກສ ແຂວງ ໃນການເຄື່ອນໄຫວວຽກງານຊາວໜຸ່ມຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ໄດ້ກຳນົດໄວ້, ມີສະມາຊິກທັງໝົດ 14 ສະຫາຍ, ສະເໜີຜູ້ທີ່ມີຜົນງານເຂົ້າເປັນສະມາຊິກພັກສຳຮອງ 2 ສະຫາຍ ແລະ ສົມບູນ 1 ສະຫາຍ.

ຜ່ານການປະຕິບັດວຽກງານດັ່ງກ່າວ ເຮັດໃຫ້ສະມາຊິກທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ຄຸນທາດການເມືອງໜັກແໜ້ນ, ມີແນວຄິດຫຼັກໝັ້ນຊົນຊັ້ນ, ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳຂອງພັກ-ລັດ ວາງອອກ, ມີຄວາມສາມັກຄີພາຍໃນ, ພາຍນອກຢ່າງກວ້າງຂວາງ ແລະ ເຄົາລົບລະບຽບກົດໝາຍຂອງພັກ-ລັດ ວາງອອກ ຢ່າງເຂັ້ມງວດ ແລະ ມີຜົນງານທີ່ເຮັດພາຍໃນໜ່ວຍ ແລະ ປະກອບສ່ວນທຸກຂະບວນການຂອງແຂວງ, ຂອງກອງບັນຊາການຈັດຂຶ້ນ ເຊັ່ນ: ອອກແຮງງານລວມ, ຮ່ວມກິດຈະກຳຕ່າງໆນຳແຂວງ, ນຳກອງບັນຊາການ ແລະ ອອກແຮງງານຫາລາຍໄດ້ສ້າງຄັງພາຍໃນໜ່ວຍ ແລະ ດ້ານອື່ນໆກໍມີຜົນສຳເລັດ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ພັທ ໄມວອນ ຮຸງທະຈັກ ຍັງໄດ້ໂອ້ລົມ ແລະ ໄດ້ເນັ້ນໃຫ້ ເລຂາ-ຄະນະໜ່ວຍ ແລະ ສະມາຊິກພາຍໃນໜ່ວຍ ຈົ່ງພ້ອມກັນເອົາໃສ່ໃຈຕັ້ງໜ້າເຮັດໜ້າທີ່ວຽກງານວິຊາສະເພາະ ແລະ ເອົາໃສ່ໃຈໃນການພັດທະນາຕົນເອງ ເຮັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດ ເພື່ອເຮັດໃຫ້ໜ່ວຍມີຄວາມເຂັ້ມແຂງເປັນໜ່ວຍຊາວໜຸ່ມ 4 ບຸກ ແລະ ໄດ້ຮັບທຸງໄຊນຳໜ້າໃນທຸກໆປີ.