ໜ່ວຍສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະຫຼຸບວຽກງານໄລຍະ 5 ປີ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ໃນວັນທີ 17 ພະຈິກ 2022, ເຂົ້າຮ່ວມເປັນປະທານໂດຍ ພັທ ນາງ ລີວອນ ລາວລີ ຮອງປະທານສະຫະພັນແມ່ຍິງ ກົມໃຫ່ຍການເມືອງ, ມີຄະໜ່ວຍສະຫະພັນແມ່ຍິງ ແລະ ສະມາຊິກ ເຂົ້າຮ່ວມ.

ພັຕ ນາງ ວັນນີ ພຸດທະວົງ ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງ ຫ້ອງການເມືອງ ກ່າວວ່າ:

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະໜ່ວຍແມ່ຍິງ ຫ້ອງການເມືອງ ໄດ້ນຳພາສະມາຊິກເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຢ່າງໜັກແໜ້ນ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ການຈັດຕັ້ງ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ ຕາມການຈັດຕັ້ງມອບໝາຍໃຫ້ ໄດ້ເປັນຢ່າງດີ ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດໜ້າທີ່ິວິຊາສະເພາະ ຄື:

  • ຮັບເອກະສານຂາເຂົ້າ-ຂາອອກ ໄດ້ 7.241 ສະບັບ
  • ເຮັດໜັງສືສະເໜີ ແລະ ຂໍ້ຕົກລົງຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກແມ່ຍິງລາວ ຂອງນ້ອງນັກຮຽນວັດທະນະທຳຫຼັກ 67 ມີ 414 ນ້ອງ
  • ຂຽນໃບຍົກຍ້າຍຮ່ວມຊີວິດພັກ ໄດ້ 777 ສະຫາຍ
  • ເຮັດຂໍ້ຕົກລົງຂອງ ຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດຮັບມະຫາຊົນກ້າວໜ້າ ເຂົ້າພັກສຳຮອງ ມີ 206 ສະຫາຍ ຍິງ 82 ສະຫາຍ
  • ເລື່ອນສໍາຮອງ ຂຶ້ນສົມບູນ 146 ສະຫາຍ ຍິງ 73 ສະຫາຍ
  • ຮັບເງິນກອງທຶນ ຈໍານວນ 5.316.313.000 ກີບ
  • ປ່ອຍເງິນກອງທຶນກົມໃຫຍ່ ໃຫ້ນາຍ ແລະ ພົນຕໍາຫຼວດ ຢືມ 4.549.500.000 ກີບ
  • ແກ້ໄຂເງິນຮ່ວງນະໂຍບາຍຕ່າງໆ 639.538.000 ກີບ
  • ໄດ້ແຈ້ງການ ແລະ ຈັດປາຖະກະຖາເລົ່າມູນເຊື້ອ ວັນສໍາຄັັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກໍາລັງປ້ອງກັນຄວາມສະຫງົບ ຈໍານວນ 23 ຄັ້ງ, ມີຈໍານວນພົນເຂົ້າຮ່ວມ 5.191 ຄົນ

ພ້ອມນີ້, ຍັງໄດ້ນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເປັນປົກກະຕິ ແລະ ຜ່ານການຈັດຕັ້ງປະຕິບັດ ສາມາດຍາດໄດ້ແມ່ຍິງ 3 ດີ 24 ສະຫາຍ ແລະ ໜ່ວຍແມ່ຍິງ 3 ດີ ປະເພດ 1.

ຄຽງຄູ່ກັນນີ້, ສະມາຊິກເອື້ອຍນ້ອງແມ່ຍິງ ຍັງໄດ້ຮັບການຍ້ອງຍໍຂັ້ນຕ່າງໆ. ໃນນີ້, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ມີ 1 ຄົນ, ຫຼຽນໄຊແຮງງານ ຊັ້ນ III ມີ 2 ສະຫາຍ, ຫຼຽນກາແຮງງານ ມີ 1 ຄົນ, ຍ້ອງຍໍຂັ້ນກະຊວງ ມີ 2 ສະຫາຍ, ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ມີ 6 ສະຫາຍ ແລະ ໃບຍ້ອງຍໍຂັ້ນສູນກາງສະຫະພັນແມ່ຍິງລາວ ມີ 10 ສະຫາຍ.

ໃນຕອນທ້າຍ, ຍັງໄດ້ປະກາດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍສະຫະພັນແມ່ຍິງ ຫ້ອງການເມືອງ ຊຸດໃໜ່. ໃນນັ້ນ, ໄດ້ແຕ່ງຕັ້ງ ພັທ ນາງ ຄໍາມະນີ ພັນທາວົງ ເປັນ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຫ້ອງການເມືອງ, ພັຕ ນາງ ວັນນີ ພຸດທະວົງ ເປັນ ຮອງຫົວໜ້າໜ່ວຍ ແລະ ຮອ ນາງ ກາລະເກດ ໄຊຍະວົງ ເປັນ ຄະນະໜ່ວຍ ຜູ້ຮັບຜິດຊອບວຽກງານກວດກາ.