ຫ້ອງວ່າການ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມດໍາລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ, ຄໍາສັ່ງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກໍາລັງ ປກສ, ບົດແນະນໍາຂອງ ກົມໃຫຍ່ການເມືອງ ປກສ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກໍາລັງ ປກສ ໃນວັນທີ 17 ພະຈິກ 2022, ເປັນປະທານ ແລະ ເຜີຍແຜ່ໂດຍ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະກົມ ພ້ອມດ້ວຍຫ້ອງ, ພະແນກ, ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພົຈວ ອານຸເດດ ຄູນຄໍາ ກ່າວວ່າ:

ດໍາລັດເລກທີ 205/ລບ ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ, ເຊິ່ງດໍາລັດສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການລວມ ແລະ ມາດຕະການໃນການຄຸ້ມຄອງ ແລະ ນໍາໃຊ້ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນຂອງລັດ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ການຈັດຕັ້ງພັກ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ລັດວິສາຫະກິດ ໃຫ້ມີປະສິດທິຜົນສູງ ເພື່ອສະສົມທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພ້ອມທັງ, ຍັງເປັນການຊຸກຍູ້ ແລະ ສົ່ງເສີມປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນພາຍໃນຊາດມີສະຕິຕື່ນຕົວ ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍ, ແນໃສ່ຫັນປ່ຽນຈາກສັງຄົມທີ່ມີຄ່ານິຍົມຊົມໃຊ້ແບບຟຸມເຟືອຍ ມາເປັນສັງຄົມທີ່ມີການຜະລິດ, ຊົມໃຊ້ຜະລິດຕະພັນພາຍໃນ ແລະ ມີການສະສົມ ເພື່ອປະກອບສ່ວນພັດທະນາປະເທດຊາດ.

ພ້ອມນີ້, ຍັງໄດ້ເຜີຍແຜ່ຄໍາສັ່ງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກໍາລັງ ປກສ, ບົດແນະນໍາຂອງ ກົມໃຫຍ່ການເມືອງ ປກສ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກໍາລັງ ປກສ.

ທັງນີ້, ກໍເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານແກ້ໄຂສະພາບປະກົດການຫຍໍ້ທໍ້ເກີດຂຶ້ນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ການສ້າງເງື່ອນໄຂປ່ອຍນັກໂທດ, ພົວພັນຢາເສບຕິດ, ບັນຫາໜີ້ສິນ, ພົວພັນສັງຄົມຊູ້ສາວ, ຫຼິ້ນກິນຟຸມເຟືອຍ, ເມີນເສີຍໃນເວລາປະຕິບັດໜ້າທີ່, ປະລະໜ້າທີ່, ປອມແປງເອກະສານ ແລະ ອື່ນໆ.

ສະນັ້ນ, ຈຶ່ງມີຄວາມຈໍາເປັນຍົກສູງເພີ່ມທະວີຄວາມຮັບຜິດຊອບຂອງ ຄະນະພັກ-ຄະນະບັນຊາ ຂອງກຳລັງປ້ອງກັນຄວາມສະຫງົບ ກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຮີບດ່ວນທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ເຮັດໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ມີຈັນຍາບັນ-ຈັນຍາທຳ, ມີຄວາມຮັບຜິດຊອບໃນໜ້າທີ່ການເມືອງ, ທຸກການເຄື່ອນໄຫວຢູ່ພາຍໃຕ້ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.