ໃນລະຫວ່າງວັນທີ 16-17 ພະຈິກ 2022, ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ (ສປສສ) ນໍາໂດຍທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະທານສານສູງອາຊີ-ປາຊີຟິກ ຄັ້ງທີ 18 ຜ່ານລະບົບທາງໄກ, ໂດຍແມ່ນເຂດບໍລິຫານພິເສດຮົງກົງ ເປັນເຈົ້າພາບ, ມີບັນດາປະເທດອາຊຽນ ແລະ ອາຊີ-ປາຊີຟິກ ເຂົ້າຮ່ວມ.

ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ:

ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອເປັນການແລກປ່ຽນຄວາມຄິດຄວາມເຫັນ, ບົດຮຽນ ແລະ ປະສົບການໃນການພັດທະນາລະບົບສານ, ລະບົບການດຳເນີນຄະດີ, ການບໍລິຫານສານ-ບໍລິຫານຄະດີ ແລະ ບັນດາຫົວຂໍ້ຍ່ອຍທີ່ເປັນຜົນປະໂຫຍດຕໍ່ການພັດທະນາສານຂອງແຕ່ລະປະເທດ ແລະ ຍັງເປັນການເພີ່ມທະວີການພົວພັນຮ່ວມມືແບບທະວິພາຄີ.

ສໍາລັບ ສປປ ລາວ ກໍໄດ້ໃຫ້ຄວາມສໍາຄັນ ແລະ ເພີ່ມທະວີຄວາມເອົາໃຈໃສ່ ໃນການສົ່ງເສີມໃຫ້ການຊ່ວຍເຫຼືອທາງດ້ານຕຸລາການ (ດ້ານຍຸຕິທໍາ) ແລະ ການດໍາເນີນຄະດີ ໂດຍສະເພາະແມ່ນ ວິທີການແກ້ໄຂອາຊະຍາກໍາ ແລະ ຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າ ໂດຍການວາງແນວທາງນະໂຍບາຍ, ອອກເປັນກົດໝາຍ ແລະ ນິຕິກໍາຕ່າງໆ ເຊັ່ນ:

ສ້າງປະມວນກົດໝາຍແພ່ງ, ປະມວນກົດໝາຍອາຍາ, ປັບປຸງກົດໝາຍ ວ່າດ້ວຍ ສານປະຊາຊົນ, ປັບປຸງກົດໝາຍ ວ່າດ້ວຍ ຜູ້ພິພາກສາ, ປັບປຸງກົດໝາຍ ວ່າດ້ວຍ ການດຳເນີນຄະດີແພ່ງ, ປັບປຸງກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ ແລະ ກົດໝາຍອື່ນໆ ໃຫ້ມີຄວາມແທດເໝາະກັບສະພາບການຕົວຈິງ; ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນ, ສັນຍາຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຂົງເຂດຕ່າງໆ.

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນ ຈະໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ 4 ຫົວຂໍ້ ຄື: ການປະເຊີນໜ້າກັບ ການວິພາກວິຈານພາຍນອກ ແລະ ການມີສ່ວນຮ່ວມກັບ ປະຊາຊົນ, ການບໍລິຫານຄະດີ ໃນສະພາບປັດຈຸບັນ, ສິ່ງທີ່ພົ້ນເດັ່ນທີ່ສຸດສຳລັບຄະນະສານຄອບຄົວ ແລະ ການສຶກສາດ້ານຕຸລາການ.