ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 17-18 ພະຈິກ 2022 ທີ່ຫ້ອງປະຊຸມ ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈຳການຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ ພ້ອມດ້ວຍບັນ ດາສະຫາຍຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ບຸນທອງ ຈິດມະນີ ກ່າວວ່າ:

ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ນີ້ ແມ່ນດຳເນີນພາຍໃຕ້ຄຳຂວັນ: “ ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່ ”, ເຊິ່ງກອງປະຊຸມຈະໄດ້ສຸມໃສ່ບັນດາເນື້ອໃນສຳຄັນ ດັ່ງນີ້:

1. ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV (2003) ຜ່ານມາ ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດ ໃນຕໍ່ໜ້າ.

2. ພວກເຮົາຈະໄດ້ພ້ອມກັນປະກອບຄວາມຄິດຄວາມເຫັນຕໍ່ເນື້ອໃນຂອງກອງປະຊຸມ ຕາມຫົວຂໍ້ຕ່າງໆ ແລະ ຕາມການເຈາະຈິ້ມຂອງປະທານກອງປະຊຸມ ບົນພື້ນຖານບົດລາຍງານລວມທີ່ໄດ້ສະເໜີຕໍ່ກອງປະຊຸມ, ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດ ຜ່ານມາ ແລະ ການກໍານົດທິດທາງຄາດໝາຍ ໃນຕໍ່ໜ້າ ແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກ ຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ.

3. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເຊິ່ງຈະກາຍເປັນທິດນໍາໃຫ້ແກ່ ການນຳພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ ເວົ້າລວມ, ເວົ້າສະເພາະ ເນື້ອໃນພື້ນຖານຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ ແມ່ນເປັນການສືບຕໍ່ຜັນຂະຫຍາຍມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ເຊິ່ງພັກເຮົາຖືວ່າ ” ວຽກງານການເມືອງ-ແນວຄິດ ເປັນວຽກງານກົກໃນການກໍ່ສ້າງປັບປຸງພັກ, ເປັນປັດໄຈ 4 ສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ ”.

ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມ ຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງ ກົມການເມືອງສູນກາງພັກ ແລະ ເນື້ອໃນຕົ້ນຕໍຂອງ ກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງ ຄະນະພັກທຸກຂັ້ນ ກໍຄື ພະນັກງານ, ສະມາຊິກພັກແຕ່ລະສະຫາຍ ຕໍ່ການເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ, ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່.

ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 2 ວັນ ຈຶ່ງຈະສໍາເລັດ. ສະນັ້ນ, ພວກເຮົາຕ້ອງຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າປະກອບຄຳຄິດ-ຄຳເຫັນຕໍ່ເນື້ອໃນຂອງກອງປະຊຸມໃຫ້ເລິກເຊິ່ງ, ສ່ອງແສງໃຫ້ເຫັນຄວາມເປັນຈິງຂອງ ສະພາບວຽກງານການເມືອງ-ແນວຄິດ ທີ່ພວກເຮົາໄດ້ປະຕິບັດຜ່ານມາ ອັນໃດເຮັດໄດ້, ອັນໃດຍັງຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງສະເໜີຄຳຄິດເຫັນຕໍ່ທິດທາງ, ຄາດໝາຍ, ວິທີການ ແລະ ມາດຕະການທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ບົນຈິດໃຈບຸກທະລຸທາງດ້ານຈິນຕະນາການໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.