ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມຄະນະ ລົງເຄື່ອນໄຫວພົບປະ ແລະ ຊຸກຍູ້ວຽກງານຢູ່ວິທະຍາຄານສັນຕິບານປະຊາຊົນ (ວສປ) ໃນວັນທີ 18 ພະຈິກ 2022, ມີຄະນະອໍານວຍການ, ນາຍຕໍາຫຼວດພາຍໃນ ວສປ ເຂົ້າ ຮ່ວມ.

ໃນພິທີ, ບັນດານາຍຕໍາຫຼວດ ໄດ້ຮັບຟັງບັນດາເອກະສານ ຄື: ເອກະສານກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສະພາພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II; ເອກະສຄວາມສະຫງົບ ແຫ່ງຊາດ, ການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ; ບົດໂອ້ລົມຂອງທ່ານຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ການລົງເຄື່ອນໄຫວພົບປະ ແລະ ຊຸກຍູ້ວຽກງານຢູ່ວິທະຍາຄານສັນຕິບານປະຊາຊົນ ໃນຄັ້ງນີ້, ກໍເພື່ອຈັດຕັ້ງຜົນຂະຫຍາຍຜົນສຳເລັດຂອງກອງປະຊຸມຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປັນ ການຊຸກຍູ້ປຸກລະດົມການຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ, ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ຕິດພັນກັບ ການເຜີຍແຜ່ຜົນສຳເລັດກອງປະ ຊຸມສະໄໝສາ ມັນເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ຂອງ ວສປ ຮັບ ຮູ້ເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.