ໃນເວລາ 6:00 ໂມງ ໃນວັນທີ 13 ພະຈິກ 2022, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຄູນຄຳ ແຂວງຄໍາມ່ວນ ທີ່ເຮັດໜ້າທີ່ປະຈຳປ້ອມທາງເຂົ້າກອງລໍ ເສັ້ນທາງເລກ 8A ໄດ້ຮັບການລາຍງານຜ່ານໂທລະສັບ ວ່າຈະມີການຂົນສົ່ງຢາເສບຕິດມາຕາມເສັ້ນທາງດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງສະກັດໄດ້ຜູ້ຖືກຫາ 1 ຄົນ ພ້ອມຂອງກາງຢາເສບຕິດ 13 ມັດ ລວມມີ 26.000 ເມັດ.

ເຈົ້າໜ້າທີ່ ໃຫ້ຂໍ້ມູນວ່າ: ໄດ້ຮັບໂທລະສັບຈາກພົນລະເມືອງດີວ່າ ມີກຸ່ມຄົນຈໍານວນໜຶ່ງນໍາໃຊ້ລົດເກັງ ເດີນທາງຜ່ານເສັ້ນທາງ 8A ເພື່ອຂົນສົ່ງຢາເສບຕິດ ໄປທາງແບ່ງຫຼັກ 20 ເມືອງປາກກະດິງ; ເມື່ອໄດ້ຮັບແຫຼ່ງຂ່າວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ຕິດຕາມກວດກາເຮັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ.

ມາຮອດເວລາ 6:30 ໂມງ ໃນວັນດຽວກັນ, ຈຶ່ງໄດ້ພົບເຫັນລົດເປົ້າໝາຍທີ່ແລ່ນມາດ້ວຍຄວາມໄວ, ເມື່ອມາຮອດຈຸດກວດກາ ຈຶ່ງໄດ້ລັດລົດເພື່ອກວດກາເອກະສານ; ແຕ່ໃນເວລາທີ່ ເຈົ້າໜ້າທີ່ກຳລັງກວດເອກະສານຢູ່ນັ້ນ, ຜູ້ຂັບຂີ່ເຊິ່ງເປັນເຈົ້າຂອງລົດ ໄດ້ຂັບລົດເອົາຕົວຫຼົບໜີ ແລະ ໄດ້ປະໝູ່ໄວ້ 1 ຄົນ.

ເຈົ້າໜ້າທີ່ ຈຶ່ງໄດ້ໃຊ້ກຳລັງໄລ່ຕິດຕາມໄປໄດ້ໄລຍະໜຶ່ງ ກໍພົບເຫັນລົດຈອດຖິ້ມໄວ້ໃນປ່າແຄມທາງ, ສ່ວນຜູ້ຂັບຂີ່ລົດແມ່ນໄດ້ເອົາຕົວຫຼົບໜີ. ຈາກ ນັ້ນ, ເຈົ້າໜ້າທີ່ ໄດ້ກວດຄົ້ນລົດຄັນດັ່ງກ່າວ ແລ້ວພົບຢາບ້າ ຈຳນວນ 13 ມັດ ເທົ່າກັບ 26.000 ເມັດ ທີ່ຊຸກເຊື່ອງຢູ່ໃນເບາະນັ່ງເບື້ອງຫຼັງ ແລະ ກ້ອງເບາະນັ່ງເບື້ອງໜ້າ.

ຜ່ານການສອບສວນເບື້ອງຕົ້ນ, ຜູ້ຖືກຫາຊື່ ທ້າວ ສີຊົ່ງ ອາຍຸ 29 ປີ ຢູ່ບ້ານທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ, ຜູ້ກ່ຽວແມ່ນເປັນຜູ້ຮັບຈ້າງຂົນສົ່ງ, ສ່ວນເຈົ້າຂອງຢາແມ່ນຜູ້ເອົາຕົວຫຼົບໜີ; ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ກໍາລັງຊອກຈັບຕົວມາດໍາເນີນຄະດີ.