ຫ້ອງວ່າການ ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ ທີ່ມີຜົນງານ ແລະ ຜົນສຳເລັດໃນການປະຕິບັດວຽກງານຕົວຈິງ ໃນວັນທີ 18 ພະຈິກ 2022, ໃຫ້ກຽດປະດັບຊັ້ນໂດຍ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ, ມີບັນດາຫົວໜ້າກົມ, ຫ້ອງ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກ 1880/ປກສສ ແລະ 1881/ປກສ ລົງວັນທີ 2 ພະຈິກ 2022 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຫ້ອງວ່າການ ກະຊວງ ປກສ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ເຊິ່ງເລື່ອນຊັ້ນດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 4 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 3 ສະຫາຍ ຍິງ 1 ສະຫາຍ

ໃນໂອກາດນີ້, ພົຈວ ອານຸເດດ ຄູນຄຳ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ທີ່ສາມາດເຮັດສໍາເລັດໜ້າທີ່ການເມືອງ ຕາມການມອບໝາຍຂອງຂັ້ນເທິງ ຈົນສາມາດຍາດໄດ້ຜົນງານຫຼາຍດ້ານ, ທີ່ພົວພັນເຖິງການປະຕິບັດກົດລະບຽບ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢູ່ແຕ່ລະຂົງເຂດວິຊາສະເພາະ ໃຫ້ນັບມື້ດີຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ນາຍຕໍາຫຼວດແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃຫ້ສູງຂຶ້ນກວ່າເກົ່າ ເພື່ອເຮັດລ້ອນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ປະຕິບັດຄຳສັ່ງຂອງຜູ້ບັງຄັບບັນຊາ, ລະບຽບວິໄນໃຫ້ຖືກຕ້ອງສອດຄ່ອງ ແລະ ເຂັ້ມງວດ.

ພ້ອມທັງເອົາໃຈໃສ່ຄົ້ນຄວ້າ, ຝຶກຝົນຫຼ່ໍຫຼອມຕົນເອງ ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ ແລະ ພຶດຕິກຳວິຊາສະເພາະຕົວຈິງ ເພື່ອໜູນໃຊ້ຄວາມຮູ້-ຄວາມສາມາດ ເຂົ້າໃນວຽກງານຢ່າງມີຫົວຄິດປະດິດສ້າງ, ມີຄວາມຄ່ອງແຄ້ວ, ມີຄວາມຊໍານິຊໍານານງານ ແລະ ທຽບທັນກັບບັນດາຂະແໜງອື່ນ.