ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ຈັດກອງປະຊຸມສະພາວິທະຍາສາດ ຮັບຮອງຫົວຂໍ້ວິທະຍານິພົນ ປະລິນຍາໂທ ຮຸ່ນທີ 14 ຂອງວິທະຍາຄານຕໍາຫຼວດປະຊາຊົນ ໃນວັນທີ 18 ພະຈິກ 2022, ເປັນປະທານໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີປະທານ, ຄະນະກໍາມະການ ຮັບຮອງຫົວຂໍ້ວິທະຍານິພົນ ປະລິນຍາໂທ ຮຸ່ນທີ 14, ສະພາວິທະຍາສາດ, ຄູ-ອາຈານ ແລະ ນັກວິທະຍາສາດ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ສະແຫວງ ພົມມະລີ ກ່າວວ່າ:

ກອງປະຊຸມສະພາວິທະຍາສາດ ຮັບຮອງຫົວຂໍ້ວິທະຍານິພົນ ປະລິນຍາໂທ ຮຸ່ນທີ 14 ຄັ້ງນີ້ ແມ່ນອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະພາວິທະຍາສາດ ປ້ອງກັນຄວາມສະຫງົບປະຊາຊົນ ກ່ຽວກັບ ການອະນຸມັດຫົວຂໍ້ວິທະຍານິພົນ ແລະ ອາຈານທີ່ປຶກສາ ປະລິນຍາໂທ ຮຸ່ນທີ 14 ຂອງວິທະຍາຄານຕໍາຫຼວດປະຊາຊົນ ເພື່ອເຮັດໃຫ້ການຈັດຕັ້ງຮັບຮອງເອົາຫົວຂໍ້ວິທະຍານິພົນ ຖືກຕ້ອງຕາມຂັ້ນຕອນ, ຫຼັກການ ແລະ ມີວິທະຍາສາດ, ເຮັດໃຫ້ນັກວິທະຍາສາດ ໄດ້ຄົ້ນຄວ້າ, ໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ພ້ອມທັງເປັນເຈົ້າການດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມລະບຽບການທີ່ກໍານົດໄວ້.

ຫົວຂໍ້ວິທະຍານິພົນ ປະລິນຍາໂທ ຮຸ່ນທີ 14 ຂອງວິທະຍາຄານຕໍາຫຼວດປະຊາຊົນ ໄດ້ກໍານົດເອົາອາຈານທີ່ປຶກສາ 12 ທ່ານ ລວມມີທັງໝົດ 18 ຫົວຂໍ້ ຄື:

  • ເພີ່ມທະວີການສືບສວນ-ສອບສວນ ຄະດີຢາເສບຕິດ ຢູ່ແຂວງຊຽງຂວາງ
  • ເພີ່ມທະວີການສະກັດກັ້ນ ຄະດີຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ
  • ວຽກງານປ້ອງກັນ ແລະ ຕ້ານອາຊະຍາກໍາ ຢູ່ຮາກຖານ ປກສ ກຸ່ມບ້ານ ຢູ່ນະຄອນຫຼວງວຽງຈັນ
  • ຍົກສູງຄຸນນະພາບວຽກງານຄຸ້ມຄອງເປົ້າໝາຍ ສືບຄົ້ນຫາຢາເສບຕິດ ຢູ່ແຂວງບໍ່ແກ້ວ
  • ເພີ່ມທະວີການສະກັດກັ້ນປະກົດການຫຍໍ້ທໍ້ ໃນກໍາລັງປ້ອງກັນຄວາມສະຫງົບ
  • ຍົກສູງຄຸນນະພາບວຽກງານສັນນະສູດ ລະແວງສົງໄສເປົ້າໝາຍຢາເສບຕິດ ຢູ່ແຂວງຈໍາປາສັກ
  • ຍົກສູງຄຸນນະພາບວຽກງານເອົາຄໍາໃຫ້ການຂອງຜູ້ຖືກຫາ ໃນຄະດີລັກຊັບ ຢູ່ນະຄອນຫຼວງວຽງຈັນ
  • ຍົກສູງຄຸນນະພາບວຽກງານສືບສວນ-ສອບສວນ ຄະດີສໍ້ໂກງຊັບ ຢູ່ນະຄອນຫຼວງວຽງຈັນ
  • ຍົກສູງຄຸນນະພາບວຽກງານສືບສວນ-ສອບສວນ ຄະດີຢາເສບຕິດ ຂອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ
  • ຍົກສູງຄຸນພາບວຽກງານຄຸ້ມຄອງ ຄວາມເປັນລະບຽບຮຽບຮ້ອຍການສັນຈອນທາງບົກ ຢູ່ນະຄອນຫຼວງວຽງຈັນ
  • ເພີ່ມທະວີການກັນ-ສະກັດກັ້ນການລັກຊັບ ຢູ່ແຂວງເຊກອງ
  • ເພີ່ມທະວີການແກ້ໄຂ ຄະດີຢາເສບຕິດ ຢູ່ແຂວງໄຊສົມບູນ
  • ເພີ່ມທະວີການປ້ອງກັນ-ສະກັດກັ້ນ ອຸບັດຕິເຫດຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ
  • ຍົກສູງຄຸນນະພາບວຽກງານຄຸມຂັງ-ດັດສ້າງ ຢູ່ແຂວງອັດຕະປື
  • ຍົກສູງຄຸນນະພາບວຽກງານຕ້ານຢາເສບຕິດ ຢູ່ແຂວງຫົວພັນ
  • ຍົກສູງຄຸນນະພາບວຽກງານຄຸມຂັງ-ດັດສ້າງ ຢູ່ຄ້າຍຕານປ່ຽວ
  • ຍົກສູງຄຸນນະພາບວຽກງານກວດກາ, ຄຸ້ມຄອງສໍາມະໂນຄົວ ຢູ່ນະຄອນຫຼວງວຽງຈັນ
  • ເພີ່ມທະວີການສັນນະສູດ ລະແວງສົງໄສເປົ້າໝາຍອາຍາ ຢູ່ນະຄອນຫຼວງວຽງຈັນ