ວັນທີ 16 ພະຈິກ 2022, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມ ດຳລັດ 205/ລບ ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟຶອຍ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ, ເຂົ້າຮ່ວມໂດຍ ພັທ ທອງສີ ທຳມະໂກດ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ເນັ່ງ ສຸກວົງສັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ໄດ້ດຳລັດຂອງລັດຖະບານ ສະບັບເລກທີ 205/ລບ ລົງວັນທີ 22 ກໍລະກົດ 2022 ແລະ ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດ ດຳລັດ 205/ລບ ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ.

ເຊິ່ງການປະຢັດແມ່ນການຫຼຸດຜ່ອນຄ່າສິ້ນເປືອງໃນການນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈຳກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍການນຳໃຊ້ຊັບພະຍາກອນດັ່ງກ່າວດ້ວຍແຫຼ່ງທຶນທີ່ເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ ແຕ່ໄດ້ຮັບຜົນຕອບແທນຫຼາຍ ແລະ ດີກວ່າເກົ່າ.

ການຕ້ານການຟຸມເຟືອຍ ແມ່ນການປູກຈິດສໍານຶກໃນການສ້າງແຜນ, ປະຕິບັດລາຍຈ່າຍງົບປະມານຂອງລັດ, ທຶນ ແລະ ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ເພື່ອຫຼີກລ່ຽງການໃຊ້ຈ່າຍບໍ່ມີເຫດຜົນ ແລະ ບໍ່ສ້າງຄວາມອັບປະໂຫຍດໃຫ້ລັດ ແລະ ສັງຄົມ.

ທັງນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການ ປກສ ເມືອງ ເຂົ້າໃຈເລິກເຊິ່ງຕໍ່ເນື້ອໃນເອກະສານດັ່ງກ່າວ ໂດຍເນັ້ນເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມຈໍາເປັນຂອງເນື້ອໃນເອກະສານ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ປະກົດເປັນຈິງ.

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ. ໃນນີ້, ກອງບັນຊາການ ປກສ ເມືອງສິງ ໄດ້ຮັບການເລື່ອນຊັ້ນດັ່ງນີ້:

  • ຮ້ອຍຕີ  ຂຶ້ນ ຮ້ອຍໂທ 6 ສະຫາຍ
  • ວາທີ ຂຶ້ນຊັ້ນ ຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ

ເຊິ່ງໃຫ້ກຽດຂຶ້ນປະດັບຊັ້ນໂດຍ ພັທ ທອງສີ ທຳມະໂກດ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງ.