ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ຄົບມາດຖານເງື່ອນໄຂ ແລະ ມີຜົນງານດີເດັ່ນໃນວັນທີ 18 ພະຈິກ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ທອງເພັດ ແສນສຸວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະ ພັກ -ຄະນະບັນຊາ, ພະແນກທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ໜູກອນ ແສງວິໄລ ຫົວໜ້າຫ້ອງການເມືອງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການປ້ອງກັນເຄື່ອນທີ່. ໃນນັ້ນ, ໄດ້ປະ ກາດເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 4 ສະຫາຍ ຍິງ 1 ສະຫາຍ ແລະ ດັດແປງຊັ້ນ ສິບໂທ ຂຶ້ນເປັນຊັ້ນ ວາທີ ຮ້ອຍຕີ ຈໍານວນ 4 ສະຫາຍ.

ພັອ ທອງພັດ ແສນສຸວັນ ກ່າວວ່າ: ການເລື່ອນຊັ້ນໃຫ້ນາຍຕໍາຫຼວດໃນຄັ້ງນີ້ ແມ່ນໝາກຜົນຂອງການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການປະກອບສ່ວນຢ່າງຕັ້ງໜ້າໃນການຝຶກຝົນຫຼ່ໍຫຼອມຕົນເອງໃນຂະບວນການວຽກງານຕົວຈິງ ເຮັດໃຫ້ຕົນເອງມີຄວາມເຕີບໃຫຍ່, ມີຜົນງານ, ມີຄວາມກ້າວໜ້າ ແລະ ເລື່ອນຊັ້ນຕາມກໍານົດການ. ສະນັ້ນ, ຮຽກຮ້ອງໃຫ້ບັນດານາຍ ແລະ ພົນຕໍາຫຼວດເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່ການເມືອງຕາມການຈັດຕັ້ງມອບໝາຍໃຫ້ໜັກແໜ້ນ ແລະ ເຂັ້ມແຂງເປັນກ້າວໆ.