ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ເຜີຍແຜ່ເອກະສານສໍາຄັນຂອງກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 18 ພະຈິກ 2022, ເປັນປະທານ ແລະ ເຜີຍແຜ່ຂອງ ພັອ ບຸນທົງ ສີດາວົງ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະກອງບັນຊາການ, ຫ້ອງ, ພະແນກ, ກອງພັນ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັອ ບຸນທົງ ສີດາວົງ ກ່າວວ່າ: ການເຜີຍແຜ່ເອກກະສານຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ທົ່ວກອງບັນຊາ ການໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ເປັນເອະພາບສູງກ່ຽວກັບຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕ່າງໆທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາ ປະ ກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບ, ເວົ້າສະເພາະ ແມ່ນທົ່ວກອງບັນຊາການປ້ອງກັນສູນກາງ, ແນໃສ່ການຫຼຸດຜ່ອນຫາງສຽງວິພາກວິ ຈານຂອງສັງຄົມ ທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະ ໄໝ, ມີຈັນຍາບັນ, ຈັນຍາທໍາ, ມີລະບຽບວິໄນເຂັ້ມງວດ ສົມເປັນກໍາລັງປະກອບອາວຸດປະຕິວັດທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ປະເທດຊາດ ແລະ ປະຊາຊົນຢ່າງ ແທ້ຈິງ.

ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້, ມີຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, ຂໍ້ຕົກລົງ ວ່າດ້ວຍລະບຽບວິໄນຂອງກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ ( ສະບັບປັບປຸງ ), ບົດແນະນໍາ ວ່າດ້ວຍການນໍາໃຊ້ກາໝາຍຕິດຄໍເສື້ອ ເຄື່ອງແບບຊຸດນ້ອຍກໍາລັງປ້ອງກັນຄວາມສະຫງົບ, ຈັນຍາບັນ ແລະ ຈັນຍາທໍາຂອງນາຍ ແລະ ພົນຕໍາຫຼວດ ແລະ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການນໍາໃຊ້ສື່ສັງຄົມອອນລາຍໃນກໍາລັງປ້ອງ ກັນຄວາມສະຫງົບ.