ໃນວັນທີ 18 ພະຈິກ 2022, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ຈໍານວນ 1.000 ຫົວ, ກ່າວມອບໂດຍ ທ່ານ ພຸດທະວົງ ບົວລະພາ ຫົວໜ້າຫ້ອງການອົງການປະຊາຊົນສູງສຸດ ແລະ ກ່າວ ຮັບໂດຍ ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນດາຄະນະທັງສອງພາກສ່ວນ ເຂົ້າ ຮ່ວມ.

ທ່ານ ພຸດທະວົງ ບົວລະພາ ກ່າວວ່າ: ປຶ້ມກົດໝາຍທີ່ນໍາມາມອບໃນຄັ້ງນີ້ ມີຈໍານວນ 1.000 ຫົວ, ເປັນປຶ້ມທີ່ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາ ເປັນຫຼາຍ ໂດຍສະເພາະໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ເຊິ່ງຈະເປັນບ່ອນອີງພື້ນຖານໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ເວົ້າລວມເວົ້າສະເພາະ ກໍຄືເຈົ້າໜ້າທີ່ສືບສວນ-ສອບສວນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການດໍາເນີນຄະດີຂອງເຈົ້າໜ້າທີ່ສືບສວນ-ສອບສວນໄປຕາມບົດບັນຍັດຂອງກົດໝາຍ ແລະ ເປັນເອກະພາບກັນ. ນອກນັ້ນ, ຍັງເປັນການປະກອບສ່ວນ ແລະ ຊຸກຍູ້ເຂົ້າໃນວຽກງານສະກັດກັ້ນຕ້ານບັນດາປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນການຕ້ານສະກັດກັ້ນບັນຫາຢາເສບຕິດ; ເຊິ່ງເປັນບັນຫາລະດັບຊາດ ແລະ ຮີບດ່ວນທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໂອກາດດຽວກັນ, ພົຈວ ພອນໄຊ ຍົດສົມບັດ ຍັງໄດ້ກ່າວສະແດງຄວາມຂອບໃຈທ່ານຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາປື້ມດັ່ງກ່າວມາມອບໃນຄັ້ງນີ້ ພ້ອມທັງອວຍພອນໄຊ ໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ, ມີພາລະໄມສົມບູນດີ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີປະສິດທິຜົນສູງ.