ໃນວັນທີ 22 ພະຈິກ 2022, ກົມກວດກາສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາຂອງສານປະຊາ ຊົນສູງສຸດ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິ ຫານງານພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານສານ, ຕາງໜ້າຄະນະກວດກາສູນກາງພັກ, ຫົວໜ້າກົມ-ຮອງກົມ, ພະແນກ, ຫ້ອງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ສະຫາຍ ອານົງ ຍອຍສາຍຄໍາ ຄະນະບໍລິຫານພັກ ຮອງປະທານກວດກາພັກ ຫົວໜ້າກົມກວດກາ ກ່າວວ່າ: ໃນປີ 2022 ຄະນະກວດກາພັກ, ກົມກວດກາ ໄດ້ດຳເນີນການຈັດຕັ້ງປະຕິບັດປະເມີນແຜນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີໃຫ້ກັບ ບັນດາໜ່ວຍພັກ ແລະ ສະມາຊິກ ພັກ ຈຳນວນ 11 ໜ່ວຍພັກທີ່ຂຶ້ນກັບຄະນະພັກສານປະຊາຊົນສູງສຸດ. ໃນນີ້, ການຈັດປະເພດໜ່ວຍພັກ ແລະ ສະມາຊິກພັກ. ປັດຈຸບັນ, ແມ່ນກໍາລັງດໍາເນີນການຕີລາຄາຈັດແບ່ງປະເພດ ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້ ແລະ ໃນຕົ້ນປີ 2022, ຍັງມີ 3 ໜ່ວຍພັກທີ່ໄດ້ຮັບນາມມະ ຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄື: ໜ່ວຍພັກກົມການເງິນ, ໜ່ວຍພັກຄະນະສານການຄ້າ ແລະ ໜ່ວຍພັກຄະນະສານອາຍາ.

ຕໍ່ກັບວຽກງານກວດກາລັດ, ໄດ້ເຄື່ອນໄຫວວຽກງານຕິດຕາມ-ກວດກາການປະຕິບັດກົດໝາຍ, ຄໍາສັ່ງ, ຄໍາແນະນໍາ ແລະ ອື່ນໆ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທັງໝົດ 35 ເປົ້າໝາຍ. ໃນນີ້, ກົມກວດກາໄດ້ເຮັດໜ້າທີ່ຕິດຕາມກວດກາປົກກະຕິ 14 ເປົ້າໝາຍ ແລະ ອີກ 21 ເປົ້າໝາຍແມ່ນຂະແໜງ ແລະ ໜ່ວຍງານກວດກາລັດຂອງສານປະຊາຊົນພາກ, ແຂວງ-ນະຄອນ ເປັນຜູ້ຕິດຕາມ; ພ້ອມນັ້ນ, ຍັງໄດ້ຕິດຕາມກວດກາພະນັກງານ -ລັດຖະກອນຢູ່ບັນດາສານປະຊາຊົນທ້ອງຖິ່ນຈໍານວນໜຶ່ງ ເຫັນວ່າ ມີພະນັກງານ-ລັດຖະກອນທີ່ມີພຶດຕິກໍາທີ່ບໍ່ຖືກຕ້ອງຕາມລະບຽບການ ແລະ ກົດ ໝາຍ. ໃນນັ້ນ, ກວດພົບ 3 ຄົນ ໂດຍໄດ້ສຶກສາອົບຮົມ ແລະ ໃຫ້ຂຽນໃບສໍາຫຼວດ 1 ຄົນ, ໂຈະການເລື່ອນຂັ້ນເງິນເດືອນ ແລະ ການຍ້ອງຍໍ 1 ຄົນ ແລະ ລຶບຊື່ອອກຈາກການເປັນພະນັກງານ 1 ຄົນ (ພະນັກງານ 95%).

ນອກນີ້, ໃນປີດຽວກັນ ກົມກວດກາຍັງໄດ້ຮັບຄໍາຮ້ອງທຸກ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 22 ສະບັບ. ໃນນັ້ນ, ໄດ້ຄົ້ນຄວ້າພິຈາລະນາແລ້ວ 9 ສະບັບ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 5 ສະບັບ ແລະ ເກັບມ້ຽນຕິດຕາມ 1 ສະບັບ, ສ່ວນບັນດາຄໍາຮ້ອງທຸກ ແລະ ຄໍາສະເໜີທີ່ພົ້ນເດັ່ນແມ່ນພົວພັນເຖິງພຶດຕິກໍາ ແລະ ການປະຕິບັດໜ້າທີ່ບໍ່ສອດຄ່ອງຂອງພະນັກງານ-ລັດຖະກອນຂອງສານປະຊາຊົນແຕ່ລະຂັ້ນ.