ບໍລິສັດ ດາລາຈະເລີນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ມອບເງິນ 50 ລ້ານກີບ ໃຫ້ແກ່ທັບນັກກິລາ ກະຊວງ ປກສ ທີ່ຈະເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໃນວັນທີ 21 ພະຈິກ 2022, ມອບໂດຍ ທ່ານ ນາງ ພອນມະນີ ຈັນທະມາໄລ ຕາງໜ້າບໍລິສັດ ດາລາຈະເລີນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ, ກ່າວຮັບໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງ ປກສ, ໂດຍມີບັນດາຄະນະອະນຸກໍາມະການຮັບຜິດຊອບວຽກງານກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ບໍລິສັດ ດາລາຈະເລີນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານທີ່ເຫັນໄດ້ຄວາມສໍາຄັນວຽກງານກິລາຂອງກະຊວງ ປກສ ໃນຄັ້ງນີ້, ພ້ອມກ່າວອວຍພອນໄຊໃຫ້ປະທານບໍລິສັດ ແລະ ພະນັກງານ ຈົ່ງມີສຸຂະພາບແຂງ ແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ການດໍາເນີນທຸລະກິດຂໍໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເຕີບໃຫຍ່ຍິ່ງໆຂຶ້ນ.