ໃນວັນທີ 17 ພະຈິກ 2022, ພັອ ສົມສະໝອນ ຫອມລັດສະໝີ ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ (ກົມ 207) ກົມໃຫຍ່ສັນຕິບານ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກຄຸ້ມຄອງຄົນຕ່າງປະເທດ (ຄຕທ) ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງອັດຕະປື, ມີ ພັທ ໄຊຊະນະ ທຳມະສິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າ-ຮອງຫ້ອງສັນຕິບານ, ຫົວໜ້າ-ຮອງພະແນກ, ປກສ ເມືອງ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ການເຄື່ອນໄຫວວຽກງານຢູ່ ປກສ ແຂວງອັດຕະປື ຄັ້ງນີ້ ກໍເພື່ອເປັນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຄຸ້ມຄອງຄົນຕ່າງປະເທດ ຢູ່ແຂວງອັດຕະປື ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼັກການວິຊາສະເພາະ ພ້ອມທັງໄດ້ນຳເອົາດຳລັດ, ນິຕິກຳຂອງຂັ້ນເທິງທີ່ພົວພັນເຖິງວຽກງານຄຸ້ມຄອງຄົນຕ່າງປະເທດ ມາເຜີຍແຜ່ໃຫ້ນາຍ ແລະ ພົນຕຳຫຼວດ ທີ່ເຮັດວຽກ ງານດັ່ງກ່າວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຫຼັກການວິຊາສະເພາະຂອງວຽກງານ ເປັນຕົ້ນແມ່ນ:

+ ດຳລັດຂອງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບ ການປະກາດໃຊ້ກົດໝາຍ ວ່າດ້ວຍ ການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ

+ ດຳລັດຂອງ ລັດຖະບານ ວ່າດ້ວຍ ການດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະ ຄົນບໍ່ມີສັນຊາດ

+ ດຳລັດ ວ່າດ້ວຍ ການປັບໄໝ ແລະ ນຳໃຊ້ມາດຕະການອື່ນໆຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວກັບການເຂົ້າ-ອອກ, ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ແລະ ນິຕິກຳອື່ນໆອີກທີ່ກ່ຽວຂ້ອງ

ນອກຈາກນີ້, ໃນໄລຍະ 1 ປີຜ່ານມາ, ພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຂຶ້ນທະບຽນ ແລະ ອອກບັດພັກເຊົາ ດັ່ງນີ້:

  • ອອກບັດວິຊາການ LA-B2 1 ປີ ໄດ້ 830 ບັດ ຍິງ 111 ບັດ, ມີ 5 ສັນຊາດ ຄື: ຫວຽດນາມ, ຈີນ, ຟີລີບປິນ, ອົດສະຕາລີ ແລະ ໄທ
  • ອອກບັດວິຊາການ LA-B2 6 ເດືອນ ມີ 387 ບັດ ຍິງ 64 ບັດ, ມີ 3 ສັນຊາດ ຄື: ຫວຽດນາມ, ຈີນ ແລະ ໄທ
  • ຂຶ້ນທະບຽນບັດວິຊາການ LA-B2 ມີ 354 ຄົນ ຍິງ 46 ຄົນ, ມີ 4 ສັນຊາດ ຄື: ຫວຽດນາມ, ຈີນ, ໄທ ແລະ ອິນເດຍ

ໃນຕອນທ້າຍ, ພັອ ສົມສະໝອນ ຫອມລັດສະໝີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ ຄະນະບັນຊາ ພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງອັດຕະປື ວ່າ: ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ກຳລັງຂອງຕົນເປັນຫຼັກ, ຜັນຂະຫຍາຍດຳລັດ, ນິຕິກຳທີ່ກ່ຽວຂ້ອງໃຫ້ເປັນປົກກະຕິ, ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ວຽກງານຂອງວິຊາສະເພາະຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດສູງ, ໃຫ້ຢຶດຖືເອົາດຳລັດ, ນິຕິກໍາ ແລະ ແຈ້ງການອື່ນໆທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງຄົນຕ່າງປະເທດເປັນຫຼັກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ການກວດກາການຄຸ້ມຄອງ ແລະ ອື່ນໆ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!