ໜ່ວຍສະຫະພັນແມ່ຍິງ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 5 ປີ (2017-2022) ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ (2023-2027) ໃນວັນທີ 23 ພະຈິກ 2022, ເຂົ້າຮ່ວມໂດຍ ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ, ມີຄະນະສະຫະພັນແມ່ຍິງກົມໃຫຍ່ການເມືອງ, ຄະນະໜ່ວຍສະຫະພັນແມ່ຍິງກົມໂຄສະນາອົບຮົມ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.

ພັທ ນາງ ອິນທະຫວາ ວົງພະຈັນ ປະທານໜ່ວຍສະຫະພັນແມ່ຍິງ ກົມໂຄສະນາອົບຮົມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາວ່າ: ຄະນະໜ່ວຍແມ່ຍິງໄດ້ມີການສົມທົບ, ປຶກສາຫາລືນຳຄະນະພັກ, ຄະນະກົມ ແລະ ອົງການຈັດຕັ້ງຊາວໜຸ່ມສຶກສາອົບຮົມແນວຄິດຂອງເອື້ອຍ-ນ້ອງແມ່ຍິງ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ທຸກສະພາບການ, ໄດ້ນຳເອົາເອກະສານ, ມະຕິຄຳສັ່ງຂອງພັກຂອງກຳລັງປ້ອງກັນຄວາມສະຫງົບວາງອອກ ໃນແຕ່ລະໄລຍະມາຈັດຕັ້ງເຊື່ອມຊຶມ, ໄດ້ຊຸກຍູ້ເອື້ອຍນ້ອງແມ່ຍິງດຳເນີນຊີວິດການເມືອງຂອງອົງການຈັດຕັ້ງແມ່ຍິງເປັນປົກກະຕິ, ໄດ້ລົງເລິກສຶກສາອົບຮົມ ເເລະ ເເນະນຳສະກັດກັ້ນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ສົມທົບຫຼາຍພາກສ່ວນ; ຜ່ານການສຶກສາອົບຮົມ-ນຳພາການ ເມືອງແນວຄິດ ເຮັດໃຫ້ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍໄດ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ມີສະຕິຕໍ່ກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນບໍ່ດີ, ມີຄວາມຫ້າວຫັນ ແລະ ປະຕິບັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້.

ນອກນີ້, ອົງການຈັດຕັ້ງໜ່ວຍສະຫະພັນແມ່ຍິງ ຍັງໄດ້ປຸກລະດົມຊຸກຍູ້ເອື້ອຍນ້ອງແມ່ຍິງເປັນເຈົ້າການໃນການຝຶກຝົນຫຼ່ໍຫຼອມຕົນເອງ ແລະ ໄດ້ໄປຍົກລະດັບດ້ານຕ່າງໆ ເຊັ່ນ: ດ້ານວິຊາສະເພາະລະດັບປະລິນຍາຕີ 5 ສະຫາຍ, ໄປບຳລຸງວິຊາຕຳຫຼວດ 24 ສະຫາຍ, ເຂົ້າເປັນສະມາຊິກພັກ 33 ສະຫາຍ, ສຳຮອງ 18 ສະຫາຍ, ຮຽນສະໜັບສະໜູນ 17 ສະຫາຍ, ຮຽນກົດລະບຽບພັກ 15 ສະຫາຍ; ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ທີ່ຕິດພັນກັບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ສະມາຊິກແມ່ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບ ໝາຍຈາກຂັ້ນເທິງ ໂດຍນໍາເອົາຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ, ຂໍ້ແຂ່ງຂັນ 3 ດີ 4 ພັດທະນາຂອງຊາວໜຸ່ມມາສົມທົບກັນເຄື່ອນໄຫວປະກອບສ່ວນເຂົ້າຂະບວນການຕ່າງໆ; ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເອື້ອຍນ້ອງແມ່ຍິງໄດ້ຮັບໃບຍ້ອງຍໍສູນກາງສະຫະພັນແມ່ຍິງປະເພດ I ມີ: 79 ສະຫາຍ, ປະເພດ II ມີ: 4 ສະຫາຍ ແລະ ວຽກງານອື່ນໆມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.