ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສປປ ລາວ ແລະ ກອງບັນຊາການ ປກສ ເມືອງເຮືອງເຊີ່ນ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວິຊາສະເພາະ ປະຈໍາປີ 2022 ໃນອາທິດຜ່ານມາ, ຝ່າຍລາວມີ ພັນໂທ ລໍາເງິນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ, ຝ່າຍຫວຽດນາມມີ ພັນໂທ ຮ່າຫ້າຍລອງ ຫົວໜ້າກອງບັນຊາການ ປກສ ເມືອງເຮືອງເຊີ່ນ, ພ້ອມທັງມີ ຄະນະພັກເມືອງເຮືອງເຊີ່ນ, ຕາງໜ້າຫ້ອງການອ້ອມຂ້າງ ກອງບັນຊາການ ປກສ ທັງສອງເມືອງ ແລະ ພະນັກງານວິຊາສະເພາະກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ລາຍງານສະພາບ ແລະ ຜົນງານການປະຕິບັດໜ້າທີ່ ໃນໄລຍະ 1 ປີຜ່ານມາ ໃຫ້ກັນໄດ້ຮັບຮູ້ ໂດຍສະເພາະແມ່ນ ວຽກງານປ້ອງກັນຄວາມສະຫງົບ, ແລກປ່ຽນຂໍ້ມູນຂ່າວສານສະພາບການຕ່າງໆເຊິ່ງກັນແລະກັນ ເປັນປະຈໍາ ເຊັ່ນ: ສະພາບຄວາມໝັ້ນຄົງຂອງສອງປະເທດ, ສອງແຂວງ ກໍຄື ສອງເມືອງຄໍາເກີດ ແລະ ເມືອງເຮືອງເຊີ່ນ, ແຜນການ ແລະ ການເຄື່ອນໄຫວຫັນປ່ຽນໂດຍສັນຕິຂອງສັດຕູ, ການໂຄສະນາເຜີຍແຜ່ສ້າງຄວາມແຕກແຍກ ຄວາມສາມັກຄີມິດຕະພາບແບບພິເສດ ລະຫວ່າງ ລາວ-ຫວຽດນາມ, ການສະໜອງຂໍ້ມູນດັ່ງກ່າວ ກໍເພື່ອເຮັດໃຫ້ກອງ ບັນຊາການ ປກສ ທັງສອງເມືອງ ກຽມພ້ອມແກ້ໄຂໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃຫ້ທັນການ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນ, ປຶກສາຫາລື ແລະ ມີຄວາມເອກະພາບສູງ ໃນການຕີລາຄາສະພາບການ, ສືບຕໍ່ວາງແຜນ ການເພີ່ມທະວີການສົມທົບຊ່ວຍເຫຼືອເຊິ່ງກັນແລະກັນໃນຕໍ່ໜ້າ, ຮັບປະກັນທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັບໃຊ້ໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບຂອງຊາດ ເປັນຕົ້ນແມ່ນ ການພັດທະນາເສດຖະກິດ-ສັງຄົມຂອງສອງຊາດ, ສອງແຂວງ ກໍຄື ສອງເມືອງຄໍາເກີດ ແລະ ເມືອງເຮືອງເຊີ່ນ.

ກອງປະຊຸມຄັ້ງນີ້, ສອງກອງບັນຊາການ ປກສ ເມືອງ ກໍໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອເປັນທິດທາງໃນການຮ່ວມມືປະຕິບັດວຽກງານຮອບດ້ານໃນຕໍ່ໜ້າ ໂດຍການລົງນາມຂອງ ພັນໂທ ລໍາເງິນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສປປ ລາວ ແລະ ພັນໂທ ຮ່າຫ້າຍລອງ ຫົວໜ້າກອງບັນຊາການ ປກສ ເມືອງເຮືອງເຊີ່ນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.