ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ປະກາດບົ່ງຕົວແຕ່ງຕັ້ງ ກໍາມະການຄະນະພັກກອງບັນຊາການ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບ ໃນວັນທີ 23 ພະຈິກ 2022, ເປັນປະທານໂດຍ ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີ ສະຫາຍ ພັອ ປອ ຫຸມພັນ ຜີວເຂັມພອນ ຄະນະປະຈຳພັກ ກົມໃຫຍ່ການເມືອງ ປກສ ຫົວໜ້າກົມພັກ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພັທ ກ໋ອງແກ້ວ ກຸສານົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກ ກອງບັນຊາການປ້ອງກັນທີ່ຕັ້ງ ເຊິ່ງໄດ້ບົ່ງຕົວແຕ່ງຕັ້ງເອົາ:

  • ສະຫາຍ ພັອ ຄຳແກ້ວ ມະໂນລາ ເປັນ ກຳມະການຄະນະພັກ ກອງບັນຊາການປ້ອງກັນທີ່ຕັ້ງ

ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະພັກຮາກຖານ, ປະທານກວດກາພັກ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານກອງພັນ 206 ໂດຍໄດ້ບົ່ງຕົວແຕ່ງຕັ້ງເອົາ:

  • ສະຫາຍ ພັທ ຄຳໝັ້ນ ສີລາວັນ ເປັນ ປະທານກວດກາພັກ
  • ສະຫາຍ ພັທ ສົມສະໄໝ ລືຫາຈັກ ແລະ ສະຫາຍ ພັທ ສົມຈິດ ຄຸນນະສອນ ເປັນ ຄະນະພັກ

ແຕ່ງຕັ້ງ ຮອງເລຂາ ແລະ ຄະນະໜ່ວຍພັກຮາກຖານ ກອງຮ້ອຍເອກະລາດ ໂດຍໄດ້ບົ່ງຕົວແຕ່ງຕັ້ງເອົາ:

  • ສະຫາຍ ພັທ ຄຳສວຍ ວົງສາລີ ເປັນ ຮອງເລຂາ ທັງເປັນ ຜູ້ກວດການພັກ
  • ສະຫາຍ ພັທ ໄຊສົມບັດ ພິມມະສອນ ເປັນ ຄະນະໜ່ວຍພັກ

ແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ປະທານກວດກາ ຄະນະພັກຮາກຖານກອງພັນ 207 ໂດຍໄດ້ບົ່ງຕົວແຕ່ງຕັ້ງເອົາ:

  • ສະຫາຍ ພັທ ບຸນເຫຼືອ ສັນຕິວົງ ເປັນ ເລຂາ
  • ສະຫາຍ ພັທ ບົວພາ ໝື່ນສຸພົມ ເປັນ ຮອງເລຂາ
  • ສະຫາຍ ພັທ ທອງຈັນ ວຽງວິໄລ ເປັນ ປະທານກວດການພັກ
  • ສະຫາຍ ພັທ ເພັດສະລາດ ແສງດາວັນ ເປັນ ຄະນະພັກ

ໃນຕອນທ້າຍ, ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ ໄດ້ເນັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຊີ້ນໍາ-ນໍາພາວຽກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີການຄົ້ນຄວ້າປຶກສາຫາລືຕັດສິນບັນຫາແບບປະຊາທິປະໄຕ, ເປັນໝູ່ຄະນະ, ໂປ່ງໃສ ແລະ ຍຸຕິທໍາ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!