ເພື່ອເປັນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປະຈຳປີ 2022, ຄະນະຮັບຜິດຊອບຈັດງານລະນຶກວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂໍເຊີນຊວນໃຫ້ພໍ່-ແມ່ປະຊາຊົນ, ນັກຮຽນ-ນັກສຶກສາ ລວມທັງທຸກພາກສ່ວນໃນສັງຄົມ ເຂົ້າມາທ່ຽວຊົມງານວາງສະແດງຜະລິດຕະພັນຕ່າງໆ, ການສະແດງສິລະປະການຟ້ອນ-ຮ້ອງ-ສະແດງລະຄອນຂອງໂຮງຮຽນແຫ່ງຕ່າງໆ ແລະ ຮ່ວມກິດຈະກຳຖາມ-ຕອບທີ່ກ່ຽວພັນກັບ ການຕ້ານການໃຊ້ຄວາມຮຸນແຮງ, ອີກທັງມີການວາງຈຳໜ່າຍຜະລິດຕະພັນຫັດຖະກຳຈັກສານເຮັດໂດຍຝີມືຄົນລາວ ໃນວັນທີ 25 ພະຈິກ 2022 ນັບແຕ່ເວລານີ້ຮອດ 17:00 ໂມງແລງ ທີ່ຕຶກຫ້ອງການກະຊວງຍຸຕິທຳຫຼັງເກົ່າ (ຂ້າງສວນປະຕູໄຊ) ແລະ ອັນພິເສດແມ່ນຈະມີການເປີດໄຟສີສົ້ມທີ່ປະຕູໄຊ ເລີ່ມແຕ່ເວລາ 16:30-19:00 ໂມງ.

ພິທີລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ປະຈຳປີ 2022 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ພະຈິກນີ້, ໂດຍມີ ທ່ານ ບັອບ ປາກິ້ນ ຜູ້ຕາງໜ້າສະຖານທູດການາດາ ປະຈຳ ສປປ ລາວ, ທ່ານ ສີທົນ ສູນດາຣາ ຮອງປະທານສະມາຄົມນ້ຳໃຈຊາວບ້ານ, ບັນດາທ່ານໃນຄະນະກຳມະການເພື່ອກ້າວໜ້າແມ່ຍິງ ແລະ ແມ່-ເດັກ ນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ, ຄູ-ອາຈານ, ນ້ອງນັກຮຽນ ແລະ ພວກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ນະຄອນຫຼວງວຽງຈັນ ໄດ້ກ່າວມີຄຳເຫັນໃນພິທີວ່າ:

ພິທີລະນຶກໃນຄັ່ງນີ້ ຈັດຂຶ້ນເພື່ອປູກຈິດສຳນຶກໃຫ້ທົ່ວປວງຊົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ສົ່ງເສີມໃຫ້ໄວໜຸ່ມເຮັດກິດຈະກຳຕ່າງໆ ເພື່ອລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ແລະ ເດັກຍິງ, ພ້ອມທັງສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ນັບມື້ນັບມີຄວາມເທົ່າທຽມກັນ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ.

ວັນທີ 25 ພະຈິກ ໄດ້ຍົກຂຶ້ນທຳອິດແມ່ນຢູ່ອາເມລິກາລາຕິນ ແລະ ຄ່ອຍໆແຜ່ລາມໄປບັນດາປະເທດຕ່າງໆທົ່ວໂລກ, ເຊິ່ງວັນດັ່ງກ່າວ ແມ່ນລະນຶກເຖິງ ວິລະກຳຂອງສາມເອື້ອຍນ້ອງ ຕະກຸນມີຣາບານ ( Mirabal ) ຈາກສາທາລະນະລັດ ໂດມີນີແກນ ທີ່ໄດ້ເຄື່ອນໄຫວທາງດ້ານການເມືອງ ແລະ ເປັນສັນຍາລັກແຫ່ງການຕໍ່ຕ້ານລະບອບຜະເດັດການ ທີ່ຖືກລອບຄາດຕະກຳຢ່າງໂຫດຮ້ານປ່າເຖື່ອນ ໃນປີ 1960, ຈາກການລອບຄາດຕະກຳຄັ້ງນັ້ນ ຈຶ່ງພາໃຫ້ມີການເຄື່ອນໄຫວຕ້ານຄວາມຮຸນແຮງບົນພື້ນຖານທາງເພດ.

ໂອກາດດຽວກັນ, ທ່ານ ພູວົງ ວົງຄຳຊາວ ຍັງໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບ ມອບຂອງຂວັນທີ່ລະນຶກເປັນປະເພດອຸປະກອນກິລາຈຳນວນໜຶ່ງ ໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມພິທີໃນຄັ້ງນີ້.