ວັນທີ 18 ພະຈິກ 2022, ທ່ານ ອາດຽວ ຕົວແທນຈຳໜ່າຍລົດຈັກຮອນດາ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ນໍາເອົາມອບໃຫ້ກອງວິຊາສະເພາະ ເພື່ອນໍາໃຊ້ເຂົ້າໃນວຽກງານຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນໃນຂອບເຂດເມືອງສິງ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີໝວກກັນກະທົບ 8 ໜ່ວຍ, ຄ້ອນໄຟຟ້າ 2 ອັນ, ຈວຍສະທ້ອນແສງ 5 ອັນລວມມູນຄ່າ 4.830.000 ກີບ ມອບໃຫ້ພະແນກຕຳຫຼວດກອງບັນຊາການ ປກສ ເມືອງສິງ, ກ່າວຮັບໂດຍ ພັຕ ອານຸສອນໄຊດວງຕາ ຮອງພະແນກຕຳຫຼວດ ພ້ອມດ້ວຍຄະນະ.

ໂອກາດນີ້, ພັຕ ອານຸສອນ ໄຊດວງຕາ ກ່າວຄໍາຂອບໃຈຢ່າງສູງທີ່ຕົວແທນຈຳໜ່າຍລົດຈັກຮອນດາເມືອງສິງ ທີ່ນຳເອົາອຸປະກອນນຳໃຊ້ວິຊາສະເພາະ ໃນຄັ້ງນີ້. ພ້ອມທັງອວຍໃຫ້ ທ່ານ ອາດຽວ ຕົວແທນຈຳໜ່າຍລົດຈັກຮອນດາ ເມືອງສິງ ຈົ່ງປະສົບຜົນສຳເລັດໃນການປະກອບທຸລະກິດ ແລະ ຈະນໍາເອົາອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຈະລາຈອນ-ມອດໄຟ ໃຫ້ເກີດປະໂຫຍດສູງສຸດ.