ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງ ປກສ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ຄົບຮອບ 27 ປີ ຂຶ້ນໃນວັນທີ 25 ພະຈິກ 2022, ເປັນປະທານໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອຳນວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ, ມີຕາງໜ້າກົມໃຫຍ່ການເມືອງ ປກສ, ຫ້ອງວ່າການ, ວິທະຍາຄານຕຳຫຼວດປະຊາຊົນ, ຄະນະພັກ, ຄະນະອຳນວຍການ, ພະນັກງານຄູ-ອາຈານ, ບໍລິສັດ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ບຸນນ້ອມ ໄຊຍະພູມ ຮອງຫົວໜ້າອຳນວຍການ ໄດ້ເລົ່າຄືນມູນເຊື້ອການກຳເນີດ ແລະ ຂະຫຍາຍຕົວຂອງ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ຕະຫຼອດໄລຍະ 27 ປີຜ່ານມາ ວ່າ:

ອີງໃສ່ຄວາມເຕີບໃຫຍ່ທາງດ້ານບຸກຄະລາກອນ ແລະ ຄວາມຮຽກຮ້ອງຕ້ອງການອັນຈຳເປັນສະເພາະໜ້າ ແລະ ຍາວນານຂອງ ການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໃນປັດຈຸບັນ ຈຶ່ງໄດ້ຍົກລະດັບສ້າງຕັ້ງເປັນ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ມີອັກສອນຫຍໍ້ (ວປສ) ໂດຍໄດ້ຮັບອະນຸມັດຈາກລັດຖະບານ ຕາມດຳລັດ 93/ນຍ, ລົງວັນທີ 27 ພະຈິກ 1995 ແລະ ໄດ້ເປີດຮຽນຮຸ່ນທີ 1 ໃນວັນທີ 13 ທັນວາ 1995.

ແຕ່ນັ້ນມາ, ວິທະຍາຄານ ປກສ ແຫ່ງຊາດ ກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນເບື້ອງຕົ້ນ, ວິທະຍາຄານ ໄດ້ສ້າງກຳລັງວິຊາສະເພາະຕາມສອງສາຍ ຄື: ສາຍສັນຕິບານ ແລະ ສາຍຕຳຫຼວດ. ໃນນັ້ນ, ສາຍສັນຕິບານ ມີພຽງ 2 ຂະແໜງ ຄື: ຂະແໜງຕ້ານສືບຂ່າວ ແລະ ຂະແໜງສືບສວນ-ສອບສວນຄະດີ ເທົ່ານັ້ນ.

ຍ້ອນຄວາມພະຍາຍາມ-ຄວາມເອົາໃຈໃສ່ ຢ່າງມີຄວາມຮັບຜິດຊອບສູງຂອງ ຄະນະພັກຄະນະອຳນວຍການ ແລະ ພະນັກງານ-ຄູອາຈານ, ໄລຍະຕໍ່ມາ ຈຶ່ງໄດ້ມີການປັບປຸງ ແລະ ຂະຫຍາຍຂະແໜງວິຊາສະເພາະສາຍສັນຕິບານເພີ່ມຕື່ມ ຈາກເມື່ອກ່ອນມີພຽງ 2 ຂະແໜງ ເພີ່ມຂຶ້ນເປັນ 6 ຂະແໜງ ຄື:

  • ພື້ນຖານສັນຕິບານ
  • ຕ້ານນັກສືບ
  • ສືບສວນ-ສອບສວນຄະດີລະເມີດຄວາມສະຫງົບຂອງຊາດ
  • ຕ້ານປະຕິການ
  • ປ້ອງກັນພາຍໃນ
  • ຄຸ້ມຄອງລັດກ່ຽວກັບຄວາມສະຫງົບຂອງຊາດ

ໂດຍໄປຄຽງຄູ່ກັບ ການເຕີບໃຫຍ່ຂະຫຍາຍຕົວ, ພວກເຮົາໄດ້ມີຄວາມພ້ອມທາງດ້ານພື້ນຖານ-ເຕັກນິກ, ກົງຈັກການຈັດຕັ້ງ ແລະ ດ້ານບຸກຄະລາກອນ.

ຈົນມາຮອດປີ 2008, ວິທະຍາຄານ ປກສ ແຫ່ງຊາດ ກໍໄດ້ຮັບອະນຸຍາດໃຫ້ເປີດການສອນ-ການຮຽນ ລະດັບປະລິນຍາໂທນິຕິສາດ ສາຂາອາຍາວິທະຍາ ແລະ ສືບສວນ-ສອບສວນຄະດີອາຍາ.

ຍ້ອນການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທາງດ້ານການຈັດຕັ້ງ, ບຸກຄະລາກອນ ກໍຄື ຖັນແຖວພະນັກງານ-ຄູອາຈານ ແລະ ຄວາມຮຽກຮ້ອງຕ້ອງການ ໃນການກໍ່ສ້າງພັດທະນາກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.

ມາຮອດປີ 2012, ໄດ້ແຍກສາຍຕຳຫຼວດອອກ ແລ້ວສ້າງຕັ້ງເປັນ ວິທະຍາຄານຕຳຫຼວດປະຊາຊົນ, ຕັ້ງຢູ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງເປັນສະຖາບັນການສຶກສາຊັ້ນສູງ ແຫ່ງທີ 2 ທີ່ມີຊື່ຫຍໍ້ວ່າ: ວຕປ.

ສັງລວມແລ້ວ, ຕະຫຼອດໄລຍະຜ່ານມາ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ສາມາດພັດທະນາ-ກໍ່ສ້າງຖັນແຖວກຳລັງ ປກສ ໄດ້ຫຼາຍຮຸ້ນ, ຫຼາຍລະດັບ ຄື:

  • ລະດັບຊັ້ນສູງ ລະບົບບຳລຸງ
  • ລະດັບປະລິນຍາຕີ ລະບົບຕໍ່ເນື່ອງ
  • ລະດັບປະລິນຍາຕີ ລະບົບກໍ່ສ້າງ
  • ລະດັບປະລິນຍາໂທ

+ ເຊິ່ງແຕ່ລະລະບົບແມ່ນສາມາດສ້າງໄດ້ ຄື:

ລະບົບກໍ່ສ້າງ ປະລິນຍາຕີ ມີທັງໝົດ 27 ຮຸ້ນ ມີຈຳນວນພົນ 5.694 ຄົນ ຍິງ 511 ຄົນ ຈົບໄປແລ້ວ 23 ຮຸ້ນ ຈຳນວນພົນ 3.991 ຄົນ ຍິງ 306 ຄົນ, ຍັງສືບຕໍ່ຄົ້ນຄວ້າຮ່ຳຮຽນ 4 ຮຸ້ນ ຈຳນວນ 694 ຄົນ ຍິງ 118 ຄົນ.

ປະລິນຍາຕີ ລະບົບຕໍ່ເນື່ອງ 2 ປີ ມີ 20 ຮຸ້ນ ຈຳນວນພົນ 2.251 ຄົນ ຍິງ 136 ຄົນ, ຈົບແລ້ວ 18 ຮຸ້ນ ຈຳນວນ 2.011 ຄົນ ຍິງ 112 ຄົນ, ຍັງສືບຕໍ່ຄົ້ນຄວ້າຮ່ຳຮຽນ 2 ຮຸ້ນ ຈຳນວນພົນ 336 ຄົນ ຍິງ 25 ຄົນ.

ລະບົບປະລິນຍາໂທ ມີ 14 ຮຸ້ນ ຈຳນວນພົນ 482 ຄົນ ຍິງ 17 ຄົນ, ຈົບອອກໄປແລ້ວ 12 ຮຸ້ນ ຈຳນວນ 430 ຄົນ ຍິງ 15 ຄົນ, ຍັງສືບຕໍ່ຄົ້ນຄວ້າ 2 ຮຸ້ນ ຈຳນວນພົນ 51 ຄົນ ຍິງ 2 ຄົນ.

ລະບົບຊັ້ນສູງ ເລັ່ງລັດ ມີ 2 ລະບົບ 6 ເດືອນ ແລະ 8 ເດືອນ ເຊິ່ງໄດ້ໄຂຊຸດຮຽນມີ 8 ຮຸ້ນ ຈຳນວນ 1.029 ຄົນ ຍິງ 132 ຄົນ, ຈົບໄປແລ້ວ 8 ຮຸ້ນ.

ເປີດບຳລຸງຊັ້ນສູງວິຊາສະເພາະ ປກສ ສຳລັບເປົ້າໝາຍພະນັກງານການນໍາຂັ້ນເມືອງ ແລະ ພະແນກ ລະບົບ 4 ເດືອນ ໄດ້ 3 ຮຸ້ນ ຈຳນວນ 282 ຄົນ ຍິງ 6 ຄົນ, ພ້ອມທັງສ້າງຊັ້ນກາງວິຊາສະເພາະ ປກສ ເເລະ ຕຳຫຼວດ ຮຸ້ນທີ 18 ແລະ 19 ສໍາເລັດຕາມແຜນການ.

ໃນພິທີສະຫຼອງຄັ້ງນີ້, ຍັງໄດ້ຮັບຊົມການເດີນກ້ອນສວນສະໝາມຂອງນັກສືກສາທັງ 4 ລະບົບ, ໄດ້ຊົມການແດງສີລະປະວັນນະຄະດີ ຂອງກອງສີລະປະກອນ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ, ການສະແດງມວຍ 25 ຈັງຫວະ ແລະ 38 ຈັງຫວະ ຂອງນັກສຶກສາ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!