ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາໃນຂົງເຂດວຽກງານຮັກສາຄວາມສະຫງົບ ໃນວັນທີ 25 ພະຈິກ 2022.

ທ່ານ ປີເຕີ ເຮມ໋ອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມໃຫ້ ທ່ານຮອງລັດຖະມົນຕີ ກະຊວງ ປກສ ຮັບຊາບ ໂດຍສະເພາະໃນການແລກປ່ຽນຄໍາຄິດ-ຄໍາເຫັນຕໍ່ກັບບັນຫາສໍາຄັນຕ່າງໆ, ພິເສດແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ.

ໃນໂອກາດນີ້, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການມາພົບປະຂອງ ທ່ານ ປີເຕີ ເຮມ໋ອນ ທີ່ໄດ້ເຂົ້າມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງ ໃນການແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ ທາງດ້ານວຽກງານຮັກສາຄວາມສະຫງົບ ລະຫວ່າງ 2 ປະເທດ ໂດຍສະເພາະໃນການຊຸກຍູ້ຊ່ວຍເຫຼືອຂອງລັດຖະບານອາເມລິກາ ທາງດ້ານການຝຶກອົບຮົມ, ອຸປະກອນເຕັກນິກ ພ້ອມທັງປະສານສົມທົບໃນດ້ານຕ່າງໆ ໃຫ້ແກ່ກຳລັງ ປກສ.

ປັດຈຸບັນ, ກໍາລັງປ້ອງກັນຄວາມສະຫງົບ ແມ່ນສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນການຕ້ານສະກັດກັ້້ນ ແລະ ແກ້ໄຂຄະດີຢາເສບຕິດປະເພດຕ່າງໆ ເຊິ່ງເຫັນໄດ້ວ່າມີຜົນສຳເລັດຢ່າງໃຫຍ່ຫຼວງ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!