ກອງບັນຊາການ ປກສ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າ-ຮອງກອງບັນຊາການ ປກສ ເມືອງ ໃນວັນທີ 21 ພະຈິກ 2022, ເຂົ້າຮ່ວມໂດຍ ພັອ ຄຳສິງ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງການເມືອງ ແລະ ທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຊຽງຮ່ອນ, ມີຄະນະພັກ-ຄະນະບັນຊາ, ກົມ-ກອງອ້ອມຂ້າງເມືອງ, ແຂກຖືກເຊີນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພັຕ ແສງໄຊ ພົມອາສາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ຜ່ານຂໍ້ຕົກຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ; ໃນນີ້, ແຕ່ງຕັ້ງ ພັທ ໄຊຄຳ ຄອງຕີ ເປັນຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ, ແຕ່ງຕັ້ງ ພັທ ພອນໄຊ ອຸ່ນວິໄລ ເປັນຮອງ.

ໃນໂອກາດດັ່ງກ່າວ, ພັອ ຄຳສິງ ຜິວວັນນາ ໄດ້ໃຫ້ທິດຊີ້ນໍາຄະນະພັກ-ຄະນະບັນຊາ ໂດຍສະເພາະແມ່ນຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສຳຄັນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ສືບຕໍ່ປັບປຸງກຳລັງຢ່າງເປັນປົກກະຕິ ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ສຳເລັດຕາມລະດັບຄາດໝາຍ, ຫັນເອົາວຽກງານການເມືອງ-ແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວິຊາສະເພາະໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍເຮັດໃຫ້ເມືອງຊຽງຮ່ອນຮັກສາໄດ້ສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.