ໃນວັນທີ 25 ພະຈິກ 2022, ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ເຊິ່ງໃຫ້ກຽດປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ອ້ອມຂ້າງ ກະຊວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນມູນເຊື້ອ 2 ວັນ ປະຫວັດສາດ ຂອງຊາດລາວ ທີ່ມີຫຼາຍເຫດການສໍາຄັນ, ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ຍາດໄດ້ໄຊຊະນະຢ່າງມີໄຊ, ມີຄວາມພິລະອາດຫານ ແລະ ເຕັມໄປດ້ວຍຄວາມສາມັກຄີອັນແໜ້ນແຟ້ນຂອງປວງຊົນລາວທັງຊາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ກູ້ຊາດ ຢ່າງບໍ່ຍອມຈໍານົນຈາກພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດສະຖາປະນາປະເທດຊາດຢ່າງສະຫງ່າງາມ ໃນວັນທີ 2 ທັນວາ 1975.

ພ້ອມນີ້, ໃນວັນດັ່ງກ່າວຍັງເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານ ວ່າ:

“ ນັບແຕ່ມື້ນີ້ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊົນຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດຊາດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ, ເປັນຊາດໜຶ່ງທີ່ມີກຽດສັກສີເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ ”.

ໃນບາດກ້າວທີ່ສໍາຄັນດັ່ງກ່າວ, ປະທານ ໄກສອນ ພົມວິຫານ ກໍແມ່ນເປັນນັກປະຕິວັດຊາດຜູ້ຍິ່ງໃຫຍ່, ເປັນນັກປະຕິວັດຜູ້ດີເລີດ ແລະ ເພິ່ນຍັງເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ຂອງປະຊາຊົນລາວບັນດາເຜົ່າ.

ນັບແຕ່ເລີ່ມເຂົ້າຮ່ວມຂະບວນການປະຕິວັດ, ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບໜ້າທີ່ອັນສຳຄັນຍິ່ງ ດ້ວຍອາຍຸພຽງແຕ່ 35 ປີ ໃນເງື່ອນໄຂທີ່ອິດທິກຳລັງຈັກກະພັດ ມີກຳລັງທາງດ້ານເສດຖະກິດ-ການເງິນທີ່ເຂັ້ມແຂງ, ພາຫະນະອາວຸດສົງຄາມທີ່ທັນສະໄໝ ໃນການເພີ່ມທະວີສົງຄາມຮຸກຮານປະເທດຂອງພວກເຮົາ ດ້ວຍຍຸດທະສາດອັນໃໝ່ນັ້ນ ເຊິ່ງເປັນພາລະອັນໜັກໜ່ວງທີ່ເພິ່ນຕ້ອງໄດ້ທຸ່ມເທທັງກຳລັງກາຍ, ຄວາມຮູ້ສະຕິປັນຍາຢ່າງສຸດຂີດ ແລະ ຕ້ອງມີຄວາມສາມາດປະດິດສ້າງສູງ ຈຶ່ງຈະປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບອັນໜັກໜ່ວງຂອງເພິ່ນ, ເຊິ່ງໄດ້ຊີ້ໃຫ້ພວກເຮົາເຫັນແນວຄິດຊີ້ນໍາຂອງທ່ານທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນແຕ່ລະຂົງເຂດວຽກງານຢ່າງເລິກເຊິ່ງ, ຮອບດ້ານ ແລະ ສອດຄ່ອງກັບແຕ່ລະໄລຍະຂອງການປະຕິວັດ.

ດັ່ງນັ້ນ, ການທົບທວນຫວນຄືນກ່ຽວກັບມູນເຊື້ອວັນສໍາຄັນດັ່ງກ່າວໃນຄັ້ງນີ້ ກໍເພື່ອປຸກລະດົມທາງດ້ານແນວຄິດ, ຄຸນສົມບັດສິນທໍາປະຕິວັດ ໃຫ້ນາຍ ແລະ ພົນຕໍາຫຼວດທົ່ວກໍາລັງ ປກສ ເພື່ອສຸມທຸກກໍາລັງແຮງໃນການປົກປັກຮັກສາປະເທດຊາດ ໂດຍສະເພາະ ກໍແມ່ນການປະຕິບັດໜ້າທີ່ຮັກສາຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ໃນທຸກຂົງເຂດວຽກງານທີ່ຕົນຮັບຜິດຊອບຢ່າງຈິງຈັງ ແລະ ເຂັ້ມງວດໃຫ້ສົມກັບຄໍາຂວັນທີ່ວ່າ:

” ກໍາລັງປ້ອງກັນຄວາມສະຫງົບ ແມ່ນກໍາລັງປະກອບອາວຸດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ”.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!