ກອງບັນຊາການເມືອງຊຳໃຕ້ ແຂວງຫົວພັນ ສປປ ລາວ ແລະ ກອງບັນຊາການ ປກສ ເມືອງເທືອງຊວນ ແຂວງແທັງຮ່ວາ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ປະຈໍາປີ 2022 ໃນທ້າຍອາທິດຜ່ານມາ, ນໍາພາໂດຍ ພັທ ຄຳເພັດ ໄຊວິເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ແລະ ພັອ ເລືອງ ວັນ ຮວານ ຮອງຫົວໜ້າກອງບັນຊາການ ປກສ ເມືອງເທືອງຊວນ, ມີຄະນະທັງສອງຝ່າຍ ເຂົ້າ ຮ່ວມ.

ການພົບປະ, ທັງສອງຝ່າຍໄດ້ລາຍງານຜົນຂອງການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ; ເຊິ່ງຝ່າຍລາວ ໄດ້ຍົກໃຫ້ເຫັນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນໄລຍະ 3 ປີຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ສາມາດມ້າງຄະດີຄ້າ-ຂາຍຢາເສບຕິດໄດ້ 76 ເລື່ອງ, ມີຖືກຫາ 79 ຄົນ ຍິງ 11 ຄົນ. ໃນນັ້ນ, ມີຄົນຫວຽດນາມ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 39.947 ເມັດ, ເຮໂຣອິນ 36 ແທ່ງ, ອາວຸດລ່າເນື້ອ 17 ກະ ບອກ, ອາວຸດເສິກ 1 ກະບອກ ແລະ ລູກປືນ 43 ລູກ, ກວດພົບເຫັນຄົນຫວຽດນາມ ລັກເຂົ້າມາປະກອບອາຊີບ ແລະ ເຂົ້າ-ອອກເມືອງຜິດກົດໝາຍ ທັງໝົດ 78 ຄົນ ຍິງ 5 ຄົນ. ໃນນັ້ນ, ມີ ຄົນເມືອງເທືອງຊວນ ແຂວງແທັງຮ່ວາ 5 ຄົນ ຍິງ 1 ຄົນ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍໄດ້ຂຶ້ນປະກອບຄໍາຄິດເຫັນຕໍ່ຜົນງານ ແລະ ທິດທາງແຜນການຮ່ວມມື ເພື່ອເຮັດໃຫ້ວຽກງານທັງສອງຝ່າຍ ມີຄວາມໜັກແໜ້ນ ເຂັ້ມແຂງ, ທັງສອງຝ່າຍ ໄດ້ເປັນເອກະພາບຕີລາຄາສູງຕໍ່ບັນດາໝາກຜົນທີ່ໄດ້ຮັບໃນວຽກງານການຮ່ວມມືປະສານສົມທົບ ຮັບ ປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍປະກອບສ່ວນຮ່ວມມືສາຍພົວພັນແບບພິເສດ ລະຫວ່າງປະຊາຊົນກັບກໍາລັງຕໍາຫຼວດ 2 ປະເທດ ເວົ້າລວມ, ເວົ້າສະເພາະ ກໍາລັງຕໍາຫຼວດເມືອງຊໍາໃຕ້ ແຂວງຫົວພັນ ສປປ ລາວ ກັບກໍາລັງຕໍາຫຼວດເມືອງເທືອງຊວນ ແຂວງແທັງຮ່ວາ ສສ ຫວຽດ ນາມ.

ໃນຕອນທ້າຍກອງປະຊຸມ, ທັງສອງຝ່າຍໄດ້ລົງນາມກັນເຊັນບົດບັນທຶກສືບຕໍ່ຮ່ວມມືວຽກງານວິຊາສະເພາະໃນຕໍ່ໜ້າ, ລົງນາມໂດຍ ພັນໂທ ຄຳເພັດ ໄຊວິເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ສປປ ລາວ ແລະ ພັອ ເລືອງ ວັນ ຮວານ ຮອງຫົວໜ້າກອງບັນຊາການ ປກສ ເມືອງເທືອງຊວນ ແຂວງ ແທັງຮ່ວາ ສສ ຫວຽດນາມ, ມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.