ກອງບັນຊາການ ປກສ ແຂວງຊຽງຂວາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂໃນອາທິດຜ່ານມາ, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີບັນດາຄະນະກອງບັນຊາການ, ຄະນະຫ້ອງ, ປກສ ເມືອງ, ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ບົວສອນ ກ້ອນມີໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ປກສ ແຂວງຊຽງຂວາງ; ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 2 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 31 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍ ເອກ 22 ສະຫາຍ ຍິງ 1 ສະຫາຍ ແລະ ດັດແປງຊັ້ນ ສິບໂທ ເປັນຊັ້ນ ຮ້ອຍຕີ 2 ສະຫາຍ, ສິບໂທ ເປັນຊັ້ນ ວາທີ 2 ສະຫາຍ.

ພົຈວ ບຸນລົດ ຄໍາແພງພັນ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ດັດແປງຊັ້ນໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມກັນປະກອບສ່ວນເຫື່ອແຮງ ສະຕິປັນຍາເຂົ້າໃນການເຮັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ ແລະ ເປັນພະນັກງານສືບທອດປ່ຽນແທນທີ່ດີເດັ່ນ ແລະ ມີຄຸນນະພາບໃນຕໍ່ໜ້າ.