ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ຈັດກອງປະຊຸມປຶກສາຫາລືວຽກງານຕິດຕາມ-ກວດກາການຄຸ້ມຄອງເງິນຕາຕ່າງປະເທດ ເປັນປະທານ ໂດຍ ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງເງິນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີ ທ່ານ ນາງ ພຸດດາວັນ ສິຣິສົມບັດ ຮອງຫົວໜ້າທະ ນາຄານແຫ່ງ ສປປ ລາວ ພາກເໜືອ ສາຂາແຂວງຫຼວງພະບາງ, ມີບັນດາຫົວໜ້າຫ້ອງການ, ກົມກອງທີ່ກ່ຽວຂ້ອງ, ພາສີ-ຕມ ປະຈຳດ່ານສາກົນນ້ຳເງິນ, ມີຕົວແທນຈາກທະນາຄານພັດທະນາລາວ ເຂົ້າຮ່ວມ.

ທ່ານ ຊຸ ລິສິດ ຄຳພູວົງ ຫົວໜ້າຫ້ອງວ່າການເມືອງ ໄດ້ລາຍງານສະພາບເສດຖະກິດຂອງເມືອງໃນໄລຍະ 9 ເດືອນປີ 2022 ໂດຍຫຍໍ້ວ່າ: ວຽກງານການຄ້າ, ການລົງທຶນ, ການຜະລິດສິນຄ້າທົດແທນການນຳເຂົ້າ-ສົ່ງອອກ, ການຕິດຕາມກວດກາການນຳໃຊ້ເງິນຕາຕ່າງປະເທດພາຍໃນເມືອງເງິນ, ການສຳລະສະສ່າງການຄ້າຊາຍແດນ ແລະ ການແລກປ່ຽນເງິນຕາຕ່າງປະເທດ. ຈາກນັ້ນ, ຕາງໜ້າຄະນະພະແນກເສດຖະກິດ-ເງິນຕາ ແລະ ການຄຸ້ມ ຄອງເງິນຕາຕ່າງປະເທດທະນາຄານແຫ່ງຊາດລາວພາກເໜືອ ກໍໄດ້ຜ່ານກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຄະນະຜູ້ແທນກອງປະ ຊຸມໄດ້ຮັບຮູ້ ແລະ ເຂົ້າໃຈລະອຽດແຈ້ງ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືວຽກງານການຕິດຕາມກວດກາການຕິດປະກາດ, ໂຄສະນາສິນຄ້າ ແລະ ການບໍລິການເປັນເງິນຕາຕ່າງປະເທດ, ວຽກງານຕິດຕາມ ແລະ ກວດກາຮ້ານແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ( ທີ່ໂຄສະນາທາງໜ້າຮ້ານ ແລະ ອອນລາຍ ), ວຽກງານ ຕິດຕາມການນຳເຂົ້າເງິນສົດເຂົ້າ-ອອກດ່ານເກີນລະບຽບ, ລາຍຮັບທີ່ໄດ້ຈາກການສົ່ງອອກສິນຄ້າ, ການໂອນເງິນສຳລະສະສ່າງລະຫວ່າງການຄ້າຊາຍ ແດນ.