ກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ຄັ້ງທີ 3 ສະໄໝທີ VII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ພະຈິກ 2022, ເປັນປະທານໂດຍ ພັອ ນາງ ຄໍາຢາດ ວິໄລວັນ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ, ພ້ອມທັງມີ ຄະນະສະຫະພັນແມ່ຍິງ ກະຊວງ, ສະຫະພັນແມ່ຍິງ ກົມກອງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພັອ ນາງ ຄໍາຢາດ ວິໄລວັນ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ
ພັອ ນາງ ຄໍາຢາດ ວິໄລວັນ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ

ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ ກ່າວວ່າ:

ໃນໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ສະມາຊິກແມ່ຍິງ ເປັນຕົ້ນແມ່ນ ການ ນຳພາເຂົ້າຮ່ວມເຊື່ອມຊຶມມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ກໍ່ສ້າງພະນັກງານ ໄປຍົກລະດັບດ້ານວຽກງານວິຊາສະເພາະ ກຳລັງປ້ອງກັນຄວາມສະຫງົບ ໄລຍະສັ້ນ, ໄລຍະຍາວ ຢູ່ສະຖາບັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ
ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ

ໄດ້ນໍາພາຄົ້ນຄວ້າເຊື່ອມຊຶມເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ເພື່ອປຸກລະດົມຊຸກຍູ້ສະມາຊິກແມ່ຍິງ ເຂົ້າຮ່ວມການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ຕິດພັນກັບຂະບວນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນ, ຂໍ້ແຂ່ງຂັນທີ່ກົມກອງວາງອອກ ແລະ ວຽກງານວິຊາສະເພາະ.

ນອກນີ້, ຍັງໄດ້ຕິດຕາມ, ຊຸກຍູ້ ສະຫະພັນແມ່ຍິງຮາກຖານ ປະຕິບັດລະບອບຮ່ວມຊີວິດ, ນຳເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນການສຳຫຼວດກວດກາຕີລາຄາແບ່ງປະເພດບຸກຄົນ 3 ດີ ໃນແຕ່ລະເດືອນ, ໄຕມາດ ແລະ ປີ.

ໃນໄລຍະ 1 ປີຜ່ານມາ, ໄດ້ຈັດຕັ້ງດຳເນີນຊີວິດການເມືອງຕີລາຄາປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2022, ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 3.105 ສະຫາຍ, ສາມາດຄັດເລືອກພົນລະເມືອງດີ ໄດ້ 3.065 ສະຫາຍ, ພັດທະນາດີ 2.983 ສະຫາຍ, ສ້າງຄອບຄົວດີ 3.036 ສະຫາຍ, ເປັນແມ່ຍິງ 3 ດີ ປະເພດ I ມີ 2.968 ສະຫາຍ, ປະເພດ II ມີ 112 ສະຫາຍ, ປະເພດ III ມີ 17 ສະຫາຍ, ປະເພດ ແລະ ສະຫະພັນແມ່ຍິງຮາກຖານ 3 ດີ ມີ 14 ຮາກຖານ.

ສຳລັບບຸກຄົນດີເດັ່ນດ້ານຕ່າງໆ ມີທັງໝົດ 199 ສະຫາຍ ຄື: ດ້ານວຽກງານວິຊາສະເພາະ 95 ສະຫາຍ, ການສ້າງເສດຖະກິດຄອບຄົວ ຈຳນວນ 23 ສະຫາຍ ແລະ ການສ້າງຄອບຄົວດີ ຈຳນວນ 81 ສະຫາຍ.

ພັອ ນາງ ຄຳຢາດ ວິໄລວັນ ໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ແລະ ຮາກຖານ ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມ ໃຫ້ລະອຽດກວ້າງຂວາງ, ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງດ້ວຍຫຼາຍຮູບການ, ແທດເຖິງເປົ້າໝາຍດ້ວຍການນໍາພາຄົ້ນຄວ້າເຊື່ອມຊຶມແຜນວາງນະໂຍບາຍຂອງພັກ ແລະ ກົດໝາຍທີ່ພົວພັນເຖິງພາລະບົດ, ໜ້າທີ່ຂອງອົງການຈັດຕັ້ງແມ່ຍິງ, ປັບປຸງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂຄສະນາເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!