ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບ ພົຈວ ຫງວຽນດັງລຶກ ຮອງຫົວໜ້າກົດລັບ ລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 25 ພະຈິກ 2022 ທີ່ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ພົຈວ ຫງວຽນດັງລຶກ ຮອງຫົວໜ້າກົດລັບ ລັດຖະບານ ສສ ຫວຽດນາມ (ຊ້າຍ) – ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ (ຂວາ)

ໂອກາດນີ້, ທ່ານຮອງຫົວໜ້າກົດລັບ ລັດຖະບານ ສສ ຫວຽດນາມ ໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ໄລຍະ 2 ວັນ ໃນການເຮັດວຽກຢູ່ ສປປ ລາວ ໃຫ້ທ່ານຫົວໜ້າຫ້ອງວ່າການ ກະຊວງ ປກສ ລາວ ຮັບຊາບ ພ້ອມທັງສະຫຼຸບຄືນແຜນການຮ່ວມມື ໃນຊຸມປີທີ່ຜ່ານມາ ແລະ ກໍານົດແຜນການຮ່ວມມື ໃນປີ 2023 ລະຫວ່າງ ຂະແໜງວິຊາສະເພາະລາວ ແລະ ຫວຽດນາມ.

ໂອກາດນີ້, ພົຕ ສົມວັນ ສາຍລ້ອງພາ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະກົດລັບ ສສ ຫວຽດນາມ ຢູ່ ສປປ ລາວ ຄັ້ງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສສ ຫວຽດນາມ ທີ່ໃຫ້ການຊຸກຍູ້ຊ່ວຍເຫຼືອແກ່ລັດຖະບານລາວ ເວົ້າລວມ, ເວົ້າສະເພາະ ແມ່ນໃຫ້ການຊຸກຍູ້ຊ່ວຍເຫຼືອໃນດ້ານຕ່າງໆແກ່ກຳລັງ ປກສ ລາວ, ເຮັດໃຫ້ກຳລັງ ປກສ ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງໃນທຸກດ້ານ.

ສະເພາະປີ 2020-2021, ກົມໂທລະຄົມ ກັບ ກົດລັບ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ຊຸກຍູ້ຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກໃນດ້ານຕ່າງໆ ເປັນຕົ້ນແມ່ນ ໂມເດມ 25 ໜ່ວຍ, ເຄື່ອງຈັກລະຫັດກົດລັບ 20 ຊຸດ ພ້ອມສົ່ງວິຊາການ 3 ສະຫາຍ ມາແນະນໍາການຕິດຕັ້ງ ແລະ ນຳໃຊ້ອຸປະກອນໃຫ້ກຳລັງ ປກສ ລາວ.

ນອກນີ້, ຍັງກໍ່ສ້າງກຳລັງວິຊາສະເພາະ ລະດັບປະລິນຕີ 2 ສະຫາຍ ແລະ ປະລິນຍາໂທ 2 ສະຫາຍ ຢູ່ ສສ ຫຽດນາມ ພ້ອມທັງໄດ້ແລກປ່ຽນວຽກງານກັບ ຄະນະຜູ້ແທນ ລະຫວ່າງສອງກຳລັງວິຊາສະເພາະ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!