ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຍົກລະດັບຄວາມຮູ້ດ້ານທິດສະດີ, ຫຼັກການ ແລະ ພຶດຕິກຳຕົວຈິງກ່ຽວກັບ ທິດສະດີການເມືອງ ໃຫ້ຖັນແຖວສະມາຊິກພັກ-ພະນັກງານ ໂດຍການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VI ເພື່ອພະນັກງານທີ່ເຂົ້າຝຶກອົບຮົມໃນຊຸດນີ້ ໄດ້ມີການຄົ້ນຄວ້າຕີລາຄາຄືນກ່ຽວກັບພຶດຕິກຳ ໃນການໝູນໃຊ້ທິດສະດີເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງປະເທດເຮົາ.

ຊຸດອົບຮົມໄດ້ເປີດຂຶ້ນໃນວັນທີ  25 ພະຈິກ 2022 ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.

ທ່ານ ຄຳພູ ດວງຖະໜອມ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ:

ການຝຶກອົບຮົມ ແມ່ນເປັນການຍົກລະດັບຄວາມຮູ້ດ້ານທິດສະດີ, ຫຼັກການ ແລະ ພຶດຕິກຳຕົວຈິງ ໃຫ້ຖັນແຖວສະມາຊິກພັກ-ພະນັກງານ, ແນໃສ່ໃຫ້ກຳແໜ້ນເນື້ອໃນທິດສະດີມາກ-ເລນິນ, ແນວຄິດຊີ້ນຳຂອງການນຳພັກ-ລັດ ແຕ່ລະສະໄໝ, ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢ່າງຖືກຕ້ອງເໝາະສົມ, ທັງເປັນການຍົກສູງຄວາມຮູ້-ຄວາມສາມາດຂອງພະນັກງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະນຳຂັ້ນຕົ້ນ ໃຫ້ມີປະສິດທິຜົນສູງ.

ຊຸດຝຶກອົບຮົມຄັ້ງນີ້ ມີທັງໝົດ 56 ສະຫາຍ ຍິງ 28 ສະຫາຍ, ໃຊ້ເວລາ 45 ວັນ ຫຼື 315 ຊົ່ວໂມງ, ເຊິ່ງຈະໄດ້ຄົ້ນຄວ້າຮໍ່າຮຽນ 5 ພາກວິຊາ ຄື:

  • ພາກວິຊາປັດຊະຍາ ປະກອບມີ 6 ບົດ
  • ພາກວິຊາເສດຖະສາດການເມືອງ ມີ 8 ບົດ
  • ພາກວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 6 ບົດ
  • ພາກວິຊາບໍລິຫານສາດ 8 ບົດ
  • ພາກວິຊາກໍ່ສ້າງພັກ 5 ບົດ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!