ແຂວງຄໍາມ່ວນ ສປປ ລາວ ແລະ ສູນກາງພັກກອມມູນິດ ສສ ຫວຽດນາມ ໄດ້ຈັດພິທີປະຖະກະຖາມູນເຊື້ອຄວາມສາມັກຄີແບບພິເສດສອງຊາດລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ຫວນຄືນມູນເຊື້ອຂອງສອງຊົນຊາດຊົນເຜົ່າ ແລະ ສາຍພົວພັນຄວາມສາມັກຄີພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ” ໂດຍປະທານ ໂຮ່ຈິມິນ ແລະ ປະທານ ສຸພານຸວົງ ເປັນຜູ້ ກໍ່ຕັ້ງຂຶ້ນໃນວັນທີ 23 ພະຈິກຜ່ານມານີ້, ເຂົ້າຮ່ວມເປັນປະທານໂດຍ ທ່ານ ເພັດ ຖາວອນ ພິລາວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ສປປ ລາວ, ທ່ານ ບຸຍ ວັນ ແທ໋ກ ຮອງຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ສສ ຫວຽດນາມ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີພະນັກງານພະແນກການ, ຂະແໜງການຂັ້ນແຂວງ ແລະ ນັກສຶກສາປັນຍາຊົນພາຍໃນແຂວງຄຳມ່ວນ ເຂົ້າຮ່ວມ.

ການຈັດພິທີເລົ່າຄືນມູນເຊື້ອຄັ້ງນີ້, ແມ່ນມີຄວາມໝາຍສຳຄັນຫຼາຍໃນການສ່ອງແສງເຖິງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ໃນຂະບວນ ການປະຕິວັດຕໍ່ສູ້ປົດປ່ອຍຊາດທີ່ເປັນວິລະກໍາອັນໂດດເດັ່ນຢູ່ຫຼາຍເຫດການປະຫວັດສາດຂອງສອງຊາດ ທີ່ລະອິດລະອ້ຽວຂ້ຽວຂາດ ເຕັມໄປດ້ວຍການເສຍສະຫຼະອຸທິດເຫື່ອແຮງ, ສະຕິປັນຍາ ລວມທັງຊີວິດອິນຊີຂອງວິລະຊົນທັງສອງຊາດຢ່າງຫຼວງຫຼາຍ ໂດຍສະເພາະແມ່ນຢູ່ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946, ສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ກໍາເນີດຂຶ້ນພາຍໃຕ້ການນໍາພາຂອງພັກກອມມູ ນິດອິນດູຈີນໃນເມື່ອກ່ອນ ກໍຄືພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໃນປັດຈຸບັນ ໂດຍມີປະທານ ໂຮ່ຈິມິນ, ປະທານ ໄກ ສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ນຳພາຈັດຕັ້ງຂຶ້ນ.

ນອກນັ້ນ, ການຫວນຄືນມູນເຊື້ອ ດັ່ງກ່າວແມ່ນກິດຈະກຳໜຶ່ງໃນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບ ຮອບ 60 ປີ ( 5 ກັນຍາ 1962-5 ກັນ ຍາ 2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ ( 18 ກໍລະກົດ1977-18 ກໍລະກົດ 2022 ) ທັງເປັນການສືບທອດໃຫ້ຄົນຮຸ່ນໃໝ່ ໄດ້ສຶກສາຄົ້ນຄວ້າ ແລະ ເຊື່ອມຊຶມເຂົ້າໃຈຄຸນຄ່າທາງປະຫວັດສາດ ແລະ ອະລິຍະທໍາຂອງການພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ຈື່ຈໍາເຫດການ ກໍຄືມູນເຊື້ອສໍາພັນສູ້ຮົບ, ຄວາມສາມັກຄີພິເສດ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາໃຫ້ເປັນມໍລະດົກອັນລໍ້າຄ່າທັງໃນປັດຈຸບັນ ແລະທັງເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າໃນອະນາຄົດ.