ແຂວງຊຽງຂວາງ ໄດ້ຈັດຕັ້ງເຜີຍແຜ່ບັນດານິຕິກຳຂອງສູນກາງພັກ ແລະ ລັດຖະບານ ໃນວັນທີ 23 ພະຈິກ 2022, ເຜີຍແຜ່ໂດຍ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ.

ການເຜີຍແຜ່ເອກະສານສຳຄັນ ຄື: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລີຫານສູນກາງພັກ ສະໄໝທີ XI, ມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນກົມການເມືອງສູນກາງພັກ ເພື່ອຊີ້ນຳວຽກງານຢູ່ບັນແຂວງ ແລະ ນະຄອນຫຼວງວຽງຈັນ, ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງລັດຖະມົນຕີ ປະຈໍາສຳນັກງານນາຍົກລັດຖະມົນຕີ, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5, ຕັ້ງໜ້າຜັນຂະຫຍາຍມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ເຂົ້າໃນຊີວີດສັງຄົມຕົວຈິງ, ບົດຄຳເຫັນຊີ້ນຳ ແລະ ກ່າວປິດຂອງສະຫາຍເລຂາທິການໃຫຍ່ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ວັນທີ 18 ພະຈິກ 2022, ຄຳສັ່ງແນະນຳ ກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການ ເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ບົດໂອ້ລົມຂອງເລຂາທິການໃຫຍ່ຕໍ່ກອງປະຊຸມສະຫຼຸບຕີລາຄາວຽກງານການກໍ່ສ້າງຮາກຖານການເມືອງ, ວຽກງານການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ດຳລັດ ວ່າດ້ວຍການປະຢັດ-ຕ້ານການຟຸມເຟືອຍ ແລະ ບົດໂອ້ລົມຕໍ່ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ມະຕິວ່າດ້ວຍການຕີລາຄາພະນັກງານ.

ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ການຈັດຕັ້ງເຜີຍແຜ່ບັນດານິຕິກໍາຕ່າງຂອງສູນກາງພັກ ແລະ ລັດຖະບານ ຄັ້ງນີ້, ເພື່ອແນ່ໃສ່ສ້າງຄວາມເຂົ້າໃຈໃຫ້ ບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາພະແນກການ ແລະ ບັນດາການນໍາຂອງເມືອງອ້ອມຂ້າງແຂວງຊຽງຂວາງ ໄດ້ເຂົ້າໃຈ ແລະ ເປັນເອກະພາບກັນຢ່າງເລິກເຊິ່ງຕໍ່ບັນດາເນື້ອໃນ, ລະບຽບການ, ຫຼັກການ ແລະ ຂອດການຈັດຕັ້ງປະຕິບັດໃຫ້ໄປລວງດຽວກັນ, ຖືກຕ້ອງຕາມຄວາມເປັນຈິງ ຕາມເນື້ອໃນນິຕິກໍາຕ່າງໆນັ້ນ.