ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເປີດຊຸດຝືກອົບຮົມວຽກງານຄຸ້ມຄອງ ໂຄງການສ້າງຖານຂໍ້ມູນອາຊະຍາກໍາ ໃນວັນທີ 23 ພະຈິກ ຜ່ານມາ, ເປັນປະທານໂດຍ ພັທ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄູ-ອາຈານຈາກກົມໃຫຍຕໍາຫຼວດ ແລະ ນັກສຳມະນາກອນ ພາຍໃນ ປກສ ແຂວງ ເຂົ້າຮ່ວມ.
ພັທ ຄໍາຟອງ ວົງດາລາແສນ ກ່າວວ່າ:
ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ແມ່ນຈະເປັນພື້ນຖານໃຫ້ແກ່ ຄະນະຮັບຜິດຊອບລະບົບຖານຂໍ້ມູນຕົວຈິງ ໃນການປ້ອນຂໍ້ມູນອາຊະຍາກໍາປະເພດຕ່າງໆ ເຂົ້າໃນໂປແກມໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວຽກງານວິຊາສະເພາະ ໃຫ້ມີຄວາມຮູ້ທາງດ້ານວິຊາສະເພາະໃນລະດັບທີ່ແນ່ນອນ, ຍົກລະດັບຄວາມຮັບຮູ້ຂອງພະນັກງານສືບສວນ-ສອບສວນ ທີ່ເຮັດວຽກງານດັ່ງກ່າວ.
+ ເອກະສານທີ່ນໍາມາຝຶກອົບຮົມ ປະກອບມີ 6 ເອກະສານ ຄື:
- ລະບົບຄຸ້ມຄອງຕິດຕາມການດໍາເນີນຄະດີ
- ລະບົບການຄຸ້ມຄອງຂໍ້ມູນອາຊະຍາກໍາ
- ລະບົບຄຸ້ມຄອງເປົ້າໝາຍອາຊະຍາກໍາ
- ລະບົບຄຸ້ມຄອງພື້ນຖານລັບ-ເພື່ອນຮ່ວມງານ
- ລະບົບຄົ້ນຫາຂໍ້ມຸນອາຊະຍາກໍາ ຜ່ານໂທລະສັບມືຖື

ນອກນັ້ນ, ກໍເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ແລະ ເຮັດໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍ ມີຄວາມຮັບຮູ້ຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ ກ່ຽວກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໃນການຄຸ້ມຄອງການນໍາໃຊ້ລະບົບຖານຂໍ້ມູນ, ການນໍາໃຊ້ຂໍ້ມູນອາຊະຍາກໍາປະເພດຕ່າງໆຂອງບັນດາພະແນກວິຊາສະເພາະ ປກສ ເມືອງ ທີ່ຈັດຕັ້ງປະຕິບັດວຽກງານສືບສວນ-ສອບສວນຄະດີ ໃຫ້ມີປະສິດທິຜົນໃນການເຮັດໜ້າທີ່ ສະກັດກັ້ນຕ້ານອາຊະຍາກໍາ ໃນປັດຈຸບັນ ໃຫ້ທັນເວລາ ແລະ ມີຄວາມເປັນເອກະພາບດ້ານລະບຽບຫຼັກການ.