ໃນວັນທີ 24 ພະຈິກ 2022, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ຈຳນວນ 1.700 ກະບອກ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍຈຳນວນໜຶ່ງ, ໂດຍມີ ພັທ ຈັນມີໄຊ ພຸດທະວົງ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ມີບັນດາຫ້ອງ, ພະແນກອ້ອມຂ້າງ ກອງບັນຊາການ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ພັທ ບຸນລວນ ເດດວົງສາ ຫົວໜ້າພະແນກອາຊີບ-ພາຫະນະພິເສດ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ:

ໂດຍປະຕິບັດຕາມທິດຊີ້ນຳຂອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ກໍຄື ຄໍາສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍ ການເພີ່ມທະວີສະກັດກັ້ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄໍາສັ່ງຂອງ ທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1600/ຈຂ.ສຂ, ລົງວັນທີ 5 ຕຸລາ 2012 ກ່ຽວກັບ ການເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ, ທາດແຕກ, ມີດ, ງ້າວ, ໝໍ້ຊ໋ອດປາໄຟຟ້າ ແລະ ອຸປະກອນອື່ນໆ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ທັງເປັນການແກ້ໄຂບັນຫາທຳລາຍສັດນ້ຳ-ສັດປ່າ ແລະ ການຕັດໄມ້ທຳລາຍປ່າ.

ດັ່ງນັ້ນ, ກຳລັງ ປກສ ເມືອງ 14 ເມືອງ ແລະ 1 ນະຄອນ ຈຶ່ງໄດ້ເອົາໃຈໃສ່ຄຸ້ມຄອງພົນລະເມືອງໃນການທຳມາຫາກິນ, ການດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນ ການຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ເຄື່ອງມືຊ໋ອດປາ ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ ເພື່ອຈະນຳໄປມອບໃຫ້ ປກສ ແຂວງ ເອົາໄປທຳລາຍຖິ້ມ.

ເຊິ່ງອາວຸດລ່າເນື້ອ ແລະ ເຄື່ອງມືທີ່ນຳມາທຳລາຍດ້ວຍການຈູດຄັ້ງນີ້ ປະກອບມີ: ປືນແກັບ ຈຳນວນ 1.700 ກະບອກ, ວັດຖຸທີ່ຕ້ອງຫ້າມ ມີ 5 ລາຍການ ຄື: ລູກຂີ້ກົ່ວ ຈຳນວນ 170 ກິໂລກຼຼາມ, ດອກແກັບ 99 ກັບ, ຂີ້ເຈຍ 36 ກິໂລກຼາມ ແລະ ໝໍ້ຊ໋ອດປາ 6 ໜ່ວຍ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!