ໃນວັນທີ 28 ພະຈິກ ຜ່ານມາ, ບໍລິສັດ ພັດທະນາອັດຕະປື ຄົບວົງຈອນ ຈໍາກັດ ໄດ້ອຸປະຖໍາມອບເຄື່ອງກິລາໃຫ້ ຫ້ອງວ່າການ ກະຊວງ ປກສ, ເຊິ່ງຕາງໜ້າມອບໂດຍ ທ່ານ ສີພອນ ທອງສະນິດ ປະທານບໍລິສັດ ອັດຕະປືຄົບວົງຈອນ ກໍາກັດ ແລະ ຕາງໜ້າຮັບໂດຍ ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

+ ທ່ານ ສີພອນ ທອງສະນິດ ກ່າວວ່າ:

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ບານເຕະ, ຊຸດກິລາ, ຊຸດວອມ ລວມມູນຄ່າ 22.500.000 ກີບ ເພື່ອເປັນການປະກອບສ່ວນຊຸກຍູ້ການສ້າງຂະບວນການກິລາຂອງ ຫ້ອງວ່າການ ກະຊວງ ປກສ ທີ່ໄດ້ຈັດຂຶ້ນ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີສີສັນ; ທັງນີ້, ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ບໍລິສັດ ພັດທະນາອັດຕະປື ຄົບວົງຈອນ ຈໍາກັດ ກັບ ຫ້ອງວ່າການ ກະຊວງ ປກສ ໃຫ້ແໜ້ນແຟ້ນຂຶ້ນຕື່ມ.

ໃນພິທີ, ພົຈວ ພອນໄຊ ຍົດສົມບັດ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະນໍາ ຕະຫຼອດຮອດພະນັກງານ ຫ້ອງວ່າການ ກະຊວງ ປກສ ມອບໃບກຽດຕິຄຸນ ແລະ ສະແດງຄວາມຂອບໃຈຕໍ່ ປະທານບໍລິສັດ ພັດທະນາອັດຕະປື ຄົບວົງຈອນ ຈໍາກັດ ທີ່ໄດ້ໃຫ້ການອຸປະຖໍາຊຸກຍູ້ຊ່ວຍເຫຼືອເຄື່ອງກິລາໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ກໍາລັງ ປກສ ກໍຄື ວຽກງານຂະບວນການກິລາຂອງ ຫ້ອງວ່າການ ກະຊວງ ປກສ.

ການປະກອບສ່ວນຄັ້ງນີ້ ແມ່ນມີຄວາມສໍາຄັນ ແລະ ເປັນປະໂຫຍດຫຼາຍ ໃນການນໍາໃຊ້ເຂົ້າໃນຂະບວນການແຂ່ງຂັນກິລາປະເພດຕ່າງໆ ທີ່ຫ້ອງວ່າການ ກໍຄື ກະຊວງ ປກສ ຈັດຂຶ້ນໃນແຕ່ລະໄລຍະ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!