ໃນທ້າຍອາທິດທີ່ຜ່ານມາ, ກອງບັນຊາການ ປກສ ແຂວງສາລະວັນ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ແລະ ຈັດກອງປະຊຸມຕີລາຄືນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ ໃນໄລຍະກາງສະໄໜ, ເປັນປະທານໂດຍ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະແນກການ ອ້ອມຂ້າງ ກອງບັນຊາການ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານຮ່າງບົດຕີລາຄາຄືນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ ໃນໄລຍະກາງສະໄໝ ວ່າ:

ໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມະຊິກພັກ, ນາຍ ແລະ ພົນຕໍາຫຼວດ ຕາມແນວທາງນະໂຍບາຍຂອງພັກ-ລັດ, ຄົ້ນຄ້ວາເຊື່ອມມະຕິ, ຄໍາສັ່ງ ແລະ ເອກະສານທີ່ສໍາຄັນຕ່າງໆຂອງພັກ-ລັດ, ຮັບປະກັນການຈັດຕັ້ງປະຕິບັດໃຫ້ຖືກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ສຸມໃສ່ຊີ້ນໍາຄະນະພັກແຕ່ລະຂັ້ນ ເຮັດວຽກງານກວດກາ, ຄຸ້ມຄອງ, ຊຸກຍູ້ບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານໃນການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.

ພ້ອມທັງ ໃຫ້ເອົາໃຈໃສ່ຕິດຕາມກວດກາ ວຽກງານນຳກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດ ໝາຍ, ຕາມທິດ 3 ສ້າງ, ຕາມຈຸດສຸມເມືອງເປົ້າໜາຍ ແລະ 11 ບ້ານລຽບຕາມຊາຍແດນ ໃຫ້ສໍາເລັດຕາມຄາດໜາຍ.

ໃນພິທີ, ພັທ ກໍລະກັນ ແກ້ວວຽງຄຳ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1951 ລົງວັນທີ 2 ພະຈິກ 2022 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງສາລະວັນ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂ ຈຳນວນ 107 ສະຫາຍ ຍິງ 18 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 4 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 21 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 55 ສະຫາຍ
  • ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 24 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 3 ສະຫາຍ

ເຊິ່ງໃຫ້ກຽດປະດັບຊັ້ນໂດຍ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!