ໃນວັນທີ 29 ພະຈິກ 2022, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ຜ່ານແຜນແມ່ບົດການເປັນເຈົ້າພາບຈັດ ກອງປະຊຸມຫົວໜ້າຕຳຫຼວດ ອາຊຽນ ຄັ້ງທີ 41 ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2023, ເປັນປະທານໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ, ຫົວໜ້າກົມໃຫຍ່ຕຳຫຼວດ, ໂດຍມີ ຫົວໜ້າ-ຮອງກົມໃຫຍ່, ຫ້ອງວ່າການ, ກົມ-ກອງ, ກອງບັນບັນຊາການ, ຫົວໜ້າ-ຮອງຫົວໜ້າ ປະເທດຄູ່ເຈລະຈາ, ຄູ່ສັງເກດການ ພ້ອມດ້ວຍ ອົງການຈັດຕັ້ງສາກົນ, ອະນຸກໍາມະການແຕ່ລະພາກສ່ວນ, ຄະນະຜູ້ແທນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ທອງຂັນ ສີສຸພັນທອງ ຫົວໜ້າກົມຕຳຫຼວດສາກົນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2039/ປກສ, ລົງວັນທີ 15 ພະຈິກ 2022 ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນຳລວມ ແລະ ບັນດາອະນຸກຳມະການຮັບຜິດຊອບຈັດກອງປະຊຸມຫົວໜ້າຕຳຫຼວດ ອາຊຽນ ຄັ້ງທີ 41 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະໄດ້ຈັດຂຶ້ນຢູ່ ສປປ ລາວ ໃນປີ 2023. ນອກນັ້ນ, ຍັງໄດ້ຜ່ານແຜນແມ່ບົດການເປັນເຈົ້າພາບ ແລະ ເຮັດໜ້າທີ່ເປັນ ປະທານກອງປະຊຸມຫົວໜ້າຕຳຫຼວດ ອາຊຽນ ຄັ້ງທີ 41 ຕາມແຜນທີ່ກໍານົດໄວ້.

ກອງປະຊຸມຫົວໜ້າຕໍາຫຼວດ ອາຊຽນ ຄັ້ງທີ 41 ທີ່ ສປປ ລາວ ຮັບເປັນເຈົ້າພາບ ໃນປີ 2023 ເປັນການປະຕິບັດສິດ ແລະ ໜ້າທີ່ຂອງ ສປປ ລາວ ກໍຄື ກຳລັງຕໍາຫຼວດລາວ ໃນນາມເປັນສະມາຊິກຂອງຕຳຫຼວດອາຊຽນ ໂດຍສະເພາະແມ່ນ ການເປັນເຈົ້າພາບ ແລະ ເຮັດໜ້າທີ່ເປັນ ປະທານກອງປະຊຸມຫົວໜ້າຕຳຫຼວດ ອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ຕາມກົນໄກຕຳຫຼວດອາຊຽນ, ທັງເປັນການສົ່ງເສີມການຮ່ວມມືໃນພາກພື້ນ ແລະ ສັງເກດ ຕີລາຄາຄືນການຈັດຕັ້ງປະຕິບັດຖະແຫຼງການຮ່ວມຂອງ ກອງປະຊຸມຫົວໜ້າຕຳຫຼວດ ອາຊຽນ ໃນປີຜ່ານມາ ແລະ ເປັນການປຶກສາຫາລືຮ່ວມກັນກ່ຽວກັບ ການແກ້ໄຂບັນຫາອາຊະຍາກຳຂ້າມຊາດ.

ການແລກປ່ຽນບົດຮຽນໃນການຕ້ານອາຊະຍາກໍາຂ້າມຊາດ ລະຫວ່າງ ປະເທດສະມາຊິກຕຳຫຼວດ ອາຊຽນ, ປະເທດຄູ່ເຈລະຈາ ແລະ ປະເທດຜູ້ສັງເກດການ, ແລກປ່ຽນທັດສະນະກ່ຽວກັບ ສະພາບການກໍ່ອາຊະຍາກໍາໃນພາກພື້ນ ເພື່ອປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ກໍຄື ຂອງ ສປປ ລາວ ໃນການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນການເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບຕາມທິດນຳ ”ເພີ່ມມິດຫຼຸດຜ່ອນສັດຕູ”.

ທັງເປັນການຍົກສູງລະດັບບົດບາດຂອງ ສປປ ລາວ ໂດຍສະເພາະແມ່ນ ກຳລັງຕຳຫຼວດລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບລາວ ໃນເວທີພາກພື້ນອາຊຽນ ແລະ ສາກົນ ໃຫ້ສູງຂຶ້ນ ເພື່ອໝູນໃຊ້ເວທີພາກພື້ນອາຊຽນ ແລະ ສາກົນ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຮັບປະກັນໄດ້ການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ກໍຄື ຂອງ ສປປ ລາວ, ທັງເປັນການໂຄສະນາເຜີຍແຜ່ແນວທາງອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ຮັບປະກັນໃຫ້ກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ແລະ ກອງປະຊຸມປິ່ນອ້ອມອື່ນໆ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!