ໃນອາທິດຜ່ານມາ, ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າ, ເຊິ່ງນໍາໂດຍ ພົອ ແສງ ຢູອອນ ຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມໂຮງງານຮຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈຳກັດ ໃຫ້ກຽດຕ້ອນຮັບໂດຍ ທ່ານ ກຽນວິໄລ ມິດປະສົງ ຜູ້ອຳນວຍການໂຮງງານຮຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈຳກັດ ພ້ອມດ້ວຍຄະນະ.

ພັທ ລັດສະໝີ ດາວສີສະຫວັນ ຮອງຜູ້ອໍານວຍການໂຮງງານຮຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈໍາກັດ ໄດ້ກ່າວວ່າ: ໂຮງງານຮຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈຳກັດ ສ້າງຕັ້ງຂຶ້ນໃນປີ 2008, ເປັນໂຮງງານຮຸ້ນສ່ວນລະຫວ່າງ ກົມໃຫຍ່ພະລາທິການ ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ຖືຮຸ້ນ 30% ຮ່ວມກັບໂຮງງານຕັດຫຍິບກຽນວິໄລຖືຮຸ້ນ 70%, ໂຮງງານດັ່ງກ່າວຜະລິດສິນຄ້າປະເພດເຄື່ອງນຸ່ງຫົ່ມທຸກຊະນິດ: ເຄື່ອງແບບວິຊາສະເພາະ, ນອກເຄື່ອງແບບ, ເຄື່ອງກັນໜາວ, ໝວກ, ເກີບ, ຖົງຕີນ, ສາຍແອວ, ໂສ້ງຊ້ອນ, ເສື້ອຊ້ອນ, ຜ້າເຊັດໂຕ, ຜ້າເຊັດໜ້າ, ຜ້າຫົ່ມມຸ້ງ ແລະ ເຄື່ອງກາໝາຍອື່ນໆ ເພື່ອສະໜອງຮັບໃຊ້ໃຫ້ກໍາລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ ແລະ ບໍລິການຮັບໃຊ້ສັງຄົມທົ່ວໄປທັງພາຍໃນ ແລະ ສົ່ງອອກຕ່າງປະເທດ.

ການເຄື່ອນໄຫວດໍາເນີນທຸລະກິດໃນໄລຍະຜ່ານມາ, ເຫັນວ່າສາມາດຕອບສະໜອງເຄື່ອງອຸປະໂພກໃຫ້ກໍາລັງປ້ອງ ກັນຄວາມສະຫງົບໄດ້ 100%, ພາຍຫຼັງສໍາເລັດການລາຍງານກ່ຽວກັບຄວາມເປັນມາຂອງໂຮງງານຕັດຫຍິບກຽນວິໄລ, ທ່ານ ກຽນວິໄລ ມິດປະສົງ ຜູ້ອຳນວຍການໂຮງງານຮຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈຳກັດ ກໍໄດ້ນໍາພາຄະນະນໍາທ່ຽວຊົມຂັ້ນຕອນການຜະລິດຢູ່ແຕ່ລະພະ ແນກການຂອງໂຮງງານ ເປັນຕົ້ນການຕັດຫຍິບເຄື່ອງແບບຕໍາຫຼວດ, ການແສ່ວ, ການຕັດຫຍິບເຄື່ອງທົ່ວໄປ; ຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນສິ່ງຂອງທີ່ລະນຶກຮ່ວມກັນຕື່ມອີກ.