ແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ ຢ່າງເປັນທາງການ ໃນວັນທີ 29 ພະຈິກ 2022, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຜູ້ຕາງໜ້າຈາກ ອົງການອຸຍແນັດສ໌ໂກ, ຫົວໜ້າກົມ-ຮອງກົມ, ພະແນກ, ຫ້ອງການ, ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມ.

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ກ່າວວ່າ:

ເມື່ອເວົ້າເຖິງແຂວງຊຽງຂວາງແລ້ວ ໃຜກໍເຂົ້າໃຈວ່າ ດິນແດນແຫ່ງນີ້ແມ່ນຕິດພັນກັບໄຫຫີນ ຫຼື ທົ່ງໄຫຫີນ ແລະ ມີຊື່ສຽງໂດ່ງດັງໄປທົ່ວໂລກ, ອັນໄດ້ສ້າງຄວາມສົນໃຈໃຫ້ແກ່ຜູ້ຄົນໃນທຸກສາລະທິດ. ທັງນີ້, ກໍຍ້ອນວ່າ “ໄຫຫີນ” ເປັນສະຖານບູຮານທີ່ແອບແຝງໄປດ້ວຍຄວາມລຶກລັບ ແລະ ຕິດພັນກັບປະຫວັດສາດຂອງຊົນເຜົ່າບູຮານ ເຊິ່ງເຄີຍດໍາລົງຊີວິດຢູ່ໃນແຜ່ນດິນແຫ່ງນີ້ມາແຕ່ດຶກດຳບັນ ຫຼື ຫຼາຍໆສັດຕະວັດທີ່ຜ່ານມາ.

ແຕ່ໃດໆມາ ໄຫຫີນ ຍັງຖືວ່າເປັນເລື່ອງປິດສະໜາຢູ່, ຫຼາຍໆຄົນຍັງບໍ່ທັນຮູ້ວ່າ ໄຫຫີນ ຖືກສ້າງຂຶ້ນໃນໄລຍະໃດຂອງປະຫວັດສາດ, ສ້າງໂດຍຊົນຊາດ-ຊົນເຜົ່າໃດ ແລະ ເພື່ອຈຸດປະສົງອັນໃດ.

ຕະຫຼອດໄລຍະ 20 ກວ່າປີທີ່ຢາກໃຫ້ ໄຫຫີນ ໄດ້ເຂົ້າເປັນມໍລະດົກໂລກ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍແນັດສ໌ໂກ ໄດ້ມີການຮ່ວມມືກັນໃນການສຶກສາສຳຫຼວດ, ຄົ້ນຄວ້າ ແລະ ກໍານົດແຜນໃນການປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກທາງດ້ານວັດທະນະທໍາອັນລ້ຳຄ່າດັ່ງກ່າວ ໃຫ້ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ.

ມາຮອດວັນທີ 25 ມັງກອນ 2018, ເອກະສານຄໍາຮ້ອງ ແລະ ເອກະສານແຜນແມ່ບົດແຫຼ່ງ ໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງຈາກລັດຖະບານແຫ່ງ ສປປ ລາວ ເປັນສະບັບສົມບູນໄດ້ສຳເລັດ ແລະ ຖືກນຳສົ່ງໄປຍັງ ສູນມໍລະດົກໂລກ ຂອງອົງການອຸຍແນັດສ໌ໂກ ຢ່າງເປັນທາງການ ແລະ ວັນທີ 20-30 ຕຸລາ 2018 ທາງອົງການອຸຍແນັດສ໌ໂກ ໄດ້ສົ່ງຜູ້ຊ່ຽວຊານຂອງອົງການອີໂຄມອດສ໌ ລົງມາກວດກາເບິ່ງສະພາບຄວາມເປັນຈິງຂອງພື້ນທີ່ແຫຼ່ງ ໄຫຫີນ ແຂວງຊຽງຂວາງ.

ໃນວັນທີ 10 ກໍລະກົດ 2019, ກອງປະຊຸມໃຫຍ່ ຄັ້ງທີ 43 ຂອງອົງການອຸຍແນັດສ໌ໂກ ໄດ້ຈັດຂຶ້ນຢູ່ເມືອງບາກູ ປະເທດອາແຊັກໄບຊານ ເຊິ່ງໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກ ຢ່າງເປັນທາງການ.

ຈາກນັ້ນ, ໃນພິທີ ກໍໄດ້ມອບໃບຢັ້ງຢືນມໍລະດົກໂລກ ໄຫຫີນ ພ້ອມທັງໄດ້ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນແກ່ພິທີດັ່ງກ່າວ ທັງເປັນການຢັ້ງຢືນການຮັບຮອງເອົາ ໄຫຫີນ ເຂົ້າເປັນມໍລະດົກໂລກ, ເຊິ່ງເປັນກຽດລັ່ນຄ້ອງໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!