ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູງກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຄົນທຳອິດຂອງ ສປປ ລາວ ທີ່ໄດ້ຮັບຫຼຽນຄຳທີ່ລະນຶກກຳແພງເມືອງຈີນ ເປັນຫຼຽນທີ່ສະແດງເຖິງການຍ້ອງຍໍຊົມເຊີຍສູງສຸດຂອງ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ທີ່ມອບໃຫ້.

ພິທີປະດັບຫຼຽນດັ່ງກ່າວ ໄດ້ຈັດຂຶ້ນໃນວາລະການດຳເນີນກອງປະຊຸມເວທີປຶກສາຫາລື ຫຼຽນຢູນກາງ ໃນຫົວຂໍ້ ” ການຮ່ວມມືສ້າງປະຊາຄົມຄວາມໝັ້ນຄົງສາກົນ ເພື່ອຕອບສະໝອງການປ່ຽນແປງຂອງໂລກ ” ໃນວັນທີ 29 ພະຈິກ 2022 ໃນຮູບແບບກອງປະຊຸມທາງໄກ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ຫວາງ ສ່ຽວ ຫົງ ເລຂາທິການສູນກາງພັກກອມມູນິດຈີນ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ສະຫາຍ ເຈິງ ເຫວີຍ ຊູງ ຮອງປະທານຄະນະກຳມະການສະກັດກັ້ນ ແລະ ຕ້ານຢາເສບຕິດແຫ່ງຊາດຈີນ, ປະທານກອງປະຊຸມເວທີປຶກສາຫາລື ຫຼຽນຢູນກາງ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ພົນເອກ ວິໄລ ຫຼ້າຄຳຟອງ ກ່າວສະແດງຄວາມຮູ້ສຶກປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ, ທັງເປັນການຢັ້ງຢືນຕໍ່ຜົນງານ ແລະ ໄຊຊະນະຂອງການຊີ້ນຳ-ນຳພາ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ, ເຊິ່ງມີບາງຕອນທ່ານກ່າວວ່າ:

ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮັບກຽດເປັນຄົນທຳອິດຂອງ ສປປ ລາວ ເພື່ອຮັບຫຼຽນຄຳທີ່ລະນຶກກຳແພງເມືອງຈີນ ເຊິ່ງເປັນຫຼຽນທີ່ສະແດງເຖິງການຍ້ອງຍໍຊົມເຊີຍສູງສຸດຂອງ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ຕໍ່ເພື່ອນມິດສາກົນຜູ້ທີ່ປະກອບສ່ວນອັນພົ້ນເດັ່ນ ໃນການຊຸກຍູ້ການຮ່ວມມືສາກົນ ໃນການປະຕິບັດກົດໝາຍ ແລະ ການຮັກສາຄວາມສະຫງົບປອດໄພ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

ພົນເອກ ວິໄລ ຫຼ້າຄຳຟອງ ກ່າວອີກວ່າ: ກອງປະຊຸມເວທິປຶກສາຫາລື ຫຼຽນຢູນກາງ ພາຍໃຕ້ຫົວຂໍ້ດັ່ງກ່າວໃນຄັ້ງນີ້ ເປັນໂອກາດອັນດີໃນການລະດົມຄວາມຄິດ ແລະ ແລກປ່ຽນປະສົບການອັນລ້ຳຄ່າຈາກບັນດາການນຳຂັ້ນສູງ, ຜູ້ຊ່ຽວຊານໃນຂົງເຂດປະຕິບັດກົດໝາຍ, ຜູ້ຊ່ຽວຊານຈາກຂົງເຂດທຸລະກິດ-ການຄ້າຂອງບັນດາປະເທດ ໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ, ຄວາມປອດໄພສາກົນ, ການຮັບມືຕໍ່ໄພຄຸກຄາມຄວາມສະຫງົບຮູບແບບໃໝ່, ການຮ່ວມມືປະຕິບັດກົດໝາຍ, ການປ້ອງກັນໂຄງການສໍາຄັນ ແລະ ການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ທາງດ້ານຄວາມປອດໄພຮ່ວມກັນ.

ນອກນັ້ນ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຍັງໄດ້ມີການເສີມຂະຫຍາຍການຮ່ວມມື ໃນວຽກງານປະຕິບັດກົດໝາຍກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຍິນດີທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືກັບບັນດາສະຫາຍ ໃນວຽກງານປະຕິບັດກົດໝາຍ ແລະ ການຮັກສາຄວາມສະຫງົບ ເພື່ອຮ່ວມກັນປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!