ກະຊວງ ປກສ ໄດ້ຈັດພິທີມອບໂອນ ກົມກວດກາ-ກວດການ ໄປຂຶ້ນກັບ ກົມໃຫຍ່ການເມືອງ ປກສ ໃນວັນທີ 2 ສິງຫາ 2022, ເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມກວດກາ-ກວດການ, ກົມຈັດຕັ້ງພະນັກງານ, ພະນັກງານ-ນັກຮົບ ເຂົ່າຮວມ.

ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໃຫ້ຮູ້ວ່າ:
ວຽກງານກວດກາ ແມ່ນມີມາພ້ອມກັບການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບ ເປັນຕົ້ນມາ, ແຕ່ວ່າການຈັດຕັ້ງຂອງວຽກງານກວດກາ ແມ່ນບໍ່ໄດ້ສ້າງຕັ້ງເປັນຂະແໜງວິຊາສະເພາະ.

ມາຮອດ ປີ 1994, ໄດ້ສ້າງຕັ້ງເປັນກົງຈັກການຈັດຕັ້ງໜຶ່ງຂຶ້ນກັບກະຊວງ ຕາມຄໍາສັ່ງຄະນະກໍາມະການກວດກາສູນກາງ ແລະ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 10 ມັງກອນ 1994 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ບັນດາກົມໃຫຍ່, ກົມເອກະລາດ ທີ່ຂຶ້ນກັບ ກະຊວງພາຍໃນ.
ສໍາລັບວຽກງານກວດກາ ແມ່ນອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງພາຍໃນ (ໃນໄລຍະນັ້ນ) ສະບັບ 167/ພນ, ລົງວັນທີ 18 ກຸມພາ 1994 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການກວດກາ-ກວດການ ປກສ ເປັນຈຸດຂີດໝາຍລິເລີ່ມຂອງກົມກວດກາ; ພາຍຫຼັງສ້າງຕັ້ງຂຶ້ນ, ກົມກວດກາ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ ທັງໃນດ້ານກົງຈັກ, ດ້ານບຸກຄະລາກອນ ເຊິ່ງສະແດງອອກຄື ໄດ້ມີການຄົ້ນຄວ້າປັບປຸງພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່.

ດ້ານວຽກງານວິຊາສະເພາະ-ວຽກງານກວດກາພັກ ແມ່ນໄດ້ສະຫຼຸບສະຖິຕິການເໜັງຕີງ, ການເຂົ້າຮ່ວມຊີວິດພັກ ແລະ ເສຍເງິນສະຖິຕິພັກ ຢູ່ບັນດາຄະ ນະພັກ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ອ້ອມຂ້າງ ກະຊວງ ປກສ; ພ້ອມນີ້, ຍັງໄດ້ຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ກວດກາໂຄງການລົງທຶນຂອງລັດ ຢູ່ກະຊວງ ປກສ, ກວດກາຊັບສິນຂອງກາງຄະດີ, ຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ອື່ນໆອີກຈໍານວນໜຶ່ງ.

ຈາກນັ້ນ, ພັທ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ລົງວັນທີ 792/ປກສ, ລົງວັນທີ 27 ພຶດສະພາ 2022 ວ່າດ້ວຍ ການມອບໂອນກົມກວດກາ-ກວດການ ປກສ ໄປຂຶ້ນກັບ ກົມໃຫຍ່ການເມືອງ ປກສ ດັ່ງນີ້:

ມາດຕາ 1: ມອບໂອນ ກົມກວດກາ-ກວດການ ປກສ ໄປຂຶ້ນກັບ ກົມໃຫຍ່ການເມືອງ ປກສ ໂດຍມີຖານະທຽບເທົ່າບັນດາຫ້ອງ ແລະ ກົມ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ;
ມາດຕາ 2: ມອບໃຫ້ ກົມໃຫຍ່ການເມືອງ ປກສ ກໍານົດພາລະບົດບາດ, ໜ້າທີ່, ຂອບເຂດ ແລະ ສິດຂອງກົມດັ່ງກ່າວ ແລະ ບັນຈຸສັບຊ້ອນພະນັກງານຂັ້ນຕ່າງໆ ເຂົ້າໃສ່ຕາມຄວາມເໝາະສົມ ແລະ ຖືກຕ້ອງຕາມລະບຽບການ.