ໃນຕໍ່ໜ້າ, ຄະນະພັກ-ຄະນະນໍາກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈະສືບຕໍ່ຄົ້ນຄວ້າສະເໜີ ປັບປຸງກົງຈັກການຈັດຕັງເບື້ອງພັກ-ເບື້ອງລັດແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍການຈັດຕັ້ງປະຕິບັດແຜນການກໍານົດຕໍາແໜ່ງງານພາຍໃນກົມໃຫຍ່ຕໍາຫຼວດໃຫ້ສໍາເລັດ ເພື່ອບັນຈຸສັບຊ້ອນນາຍ ແລະ ພົນຕໍາຫຼວດຕາມຄວາມເໝາະສົມ ຕອບສະໜອງໄດ້ກັບໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້.

ອີງຕາມບົດສະຫຼຸບລາຍງານຂອງກອງປະຊຸມເປີດກວ້າງ ຄັ້ງທີ IV ສະໄໝທີ 6 ຂອງຄະນະພັກກົມໃຫຍ່ຕໍາຫຼວດ ໃຫ້ຮູ້ວ່າ: ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກຢ່າງຕໍ່ເນື່ອງ ຖືເອົາການຮ່ວມຊີວິດຂອງໜ່ວຍພັກເປັນຕົ້ນຕໍ, ຈຸພັກເປັນໃຈກາງ ເພື່ອຕໍານິ, ກໍ່ສ້າງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຈັດຕັ້ງ ເຊື່ອມຊຶມມູນເຊື້ອຂອງພັກ, ຂອງຊາດ, ຂອງກໍາລັງ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ໃຫ້ທົ່ວເຖິງທັນການ ແນໃສ່ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມສະຫງົບອຸ່ນອຽນ, ທຸ່ນທ່ຽງມີຄຸນທາດການເມືອງໜັກແໜ້ນ ເຮັດໃຫ້ວຽກງານການເມືອງ-ແນວຄິດສອດຫ້ອຍໄປຢູ່ທຸກຂົງ ເຂດວຽກງານ.

ຕິດພັນກັບການສຸມໃສ່ປ້ອງກັນ-ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຢູ່ພາຍໃນໃຫ້ຫຼຸດລົງຢ່າງຈະແຈ້ງ, ເດັດຂາດ-ທັນການ ເພື່ອຮັບປະ ກັນຢູ່ພາຍໃນໃຫ້ມີຄວາມສະຫງົບ; ພ້ອມທັງສືບຕໍ່ຊີ້ນໍາ-ນໍາພາບັນດາກົມ, ຫ້ອງ, ສູນກໍາແໜ້ນພາລະບົດບາດວຽກງານວິຊາສະເພາະຂອງຕົນ ໂດຍ ປະຕິບັດ 1 ແຜນງານ, 4 ໂຄງການ ແລະ 17 ວຽກງານຈຸດສຸມຂອງກົມໃຫຍ່ຕໍາຫຼວດໃຫ້ປະກົດຜົນເປັນຈິງ ໂດຍສຸມໃສ່ວຽກງານວິຊາສະເພາະ ເຊັ່ນ: ຄົ້ນຄວ້າປັບປຸງວຽກງານສືບສວນ-ສອບສວນ ໂດຍສະເພາະແມ່ນວຽກງານສືບຂ່າວອາຍາ ໃຫ້ຮັບປະກັນທາງດ້ານວຽກງານວິຊາສະເພາະ, ເອົາໃຈໃສ່ການດໍາເນີນ-ແກ້ໄຂຄະດີໃຫ້ຖືກຕ້ອງຕາມຂັ້ນຕອນຂະບວນການຍຸຕິທໍາ, ກໍາແໜ້ນເປົ້າໝາຍເຄື່ອນໄຫວລັກລອບ-ຂົນສົ່ງ, ຄ້າຂາຍຢາເສບຕິດ, ຄ້າມະນຸດ, ກະທໍາ ຜິດທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະອື່ນໆ ໂດຍສະເພາະແມ່ນການແກ້ໄຂກຸ່ມແກ້ງທີ່ເປັນຫົວໂປ່ໂຕການ ແລະ ເປັນອັນຕະ ລາຍຮ້າຍແຮງໃຫ້ມີຄວາມວ່ອງໄວ-ເດັດຂາດກ່ວາເກົ່າ ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ ໂດຍສະເພາະແມ່ນການຊີ້ນໍາມະຫາພາກ ຕາມສາຍຕັ້ງວິຊາສະເພາະ ແລະ ການປະສານສົມທົບໃນການແລກປ່ຽນຂໍ້ມູນ ແລະ ການແກ້ ໄຂບັນຫາລາຍຄະດີ, ຄົ້ນຄວ້າວິທີການ, ມາດຕະການປ້ອງກັນ-ສະກັດກັ້ນບັນດາເຫດການ, ປະກົດການຫຍໍ້ທໍ້ ໃນສັງຄົມທີ່ອາດຈະເກີດຂຶ້ນໃນຢ່າງທັນການ ແລະ ມີປະສິດທິຜົນສູງ.

ສືບຕໍ່ເພີ່ມທະວີແຜນການຂອງກົມວາງອອກ ແລະ ຝຶກຕາມສາຍວິຊາສະເພາະບຸກຄົນລວມໝູ່ ຮັບປະກັນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມກອງ, ເຂັ້ມງວດໃນການຕິດຕາມສຸຂະພາບໝາວິຊາສະເພາະ, ໝາພໍ່-ແມ່ພັນ ແລະ ໝານ້ອຍເກີດໃໝ່ລ້ຽງດູຖືກຕ້ອງຕາມຫຼັກການ, ເອົາໃຈໃສ່ຕິດ ຕາມການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີນາຍໜ້າທັງຄົນລາວ ແລະ ຄົນຕ່າງປະເທດ ເຄື່ອນໄຫວຂົນຂວາຍເອົາຍິງສາວລາວໄປແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ກະກຽມເຂົ້າຮ່ວມ, ກອງປະຊຸມສໍາມະນາກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສາກົນ, ພາກພື້ນກ່ຽວກັບຕ້ານອາຊະຍະກໍາຂ້າມຊາດ ລວມທັງກົນໄກການຮ່ວມມືໃນວຽກງານຕ້ານການຄ້າມະນຸດໃຫ້ແກ່ກໍາລັງຢູ່ທ້ອງຖິ່ນ.

ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນໃນການສຶກສາອົບຮົມ, ຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກພັກ, ພະນັກ ງານ-ນັກຮົບ ທີ່ຕົນເອງຮັບຜິດຊອບຢ່າງຕໍ່ເນື່ອງ, ເລິກເຊິ່ງ-ທົ່ວເຖິງກວ່າເກົ່າ. ໃນນີ້, ໃຫ້ເອົາໃຈໃສ່ເຮັດວຽກງານກວດກາ-ຄຸ້ມຄອງປ້ອງກັນພັກ-ພະ ນັກງານໃຫ້ແຂງແຮງກ່ວາເກົ່າ, ບັນຫາຫຍໍ້ທໍ້ເກີດຂຶ້ນຢູ່ໜ່ວຍພັກ, ກົມກອງໃດຄະນະພັກ-ຄະນະບັນຊາຢູ່ບ່ອນນັ້ນຕ້ອງມີຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄ້ວາແກ້ໄຂໃຫ້ຖືກຕ້ອງຕາມລະບຽບ, ຂັ້ນຕອນຕາມສິດ, ໜ້າທີ່, ພາລະບົດບາດຂອງຕົນ.

ສືບຕໍ່ນໍາພາຊີ້ນໍາການຈັດຕັ້ງປະຕິບັດຮ່ວມຊີວິດໜ່ວຍພັກຂອງບັນດາໜ່ວຍພັກຮາກຖານ, ເສຍເງິນສະຕິໃຫ້ເປັນປົກກະຕິ ເພື່ອກໍາແໜ້ນສະພາບການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ນັກຮົບໃນຄວາມຮັບຜິດຊອບຂອງຕົນ. ນໍາພາຊີ້ນໍາຂະບວນການເປີດບັ້ນຊີວິດການເມືອງຂະບວນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃຫ້ມີ ຄຸນະພາບສູງ ແລະ ສໍາເລັດຕາມ ແຜນການທີ່ວາງໄວ້.

ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ຕໍາຫຼວດ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກເປັນສິ່ງສໍາຄັນ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການຢ່າງຕໍ່ເນື່ອງ. ໃນນັ້ນ, ໄດ້ມອບຄວາມຮັບຜິດຊອບໃຫ້ບັນດາໜ່ວຍພັກກົມ, ຫ້ອງ, ສູນ ເປັນເຈົ້າການນໍາພາຈັດຕັ້ງໂຄສະນາເຜີຍແຜ່ເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ເຜີຍແຜ່ສະພາບ-ເຫດການຕ່າງໆທີ່ເກີດຂຶ້ນ, ເຫັນໄດ້ ກົນອຸ ບາຍຂອງກຸ່ມຄົນບໍ່ດີ ເພື່ອໃຫ້ຖັນແຖວສະມາຊິກພັກໄດ້ຮັບຮູ້,ເຂົ້າໃຈຢ່າງຖືກຕ້ອງ-ເລິກເຊິ່ງ, ຍົກສູງສະຕິລະວັງຕົວ ເພື່ອປ້ອງກັນ-ສະກັດກັ້ນສິ່ງຫຍໍ້ທໍ້ໃຫ້ທັນການ ເອົາໃຈໃສ່ຄົ້ນຄວ້າແກ້ໄຂບັນດາຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເຂັ້ມງວດທັນການ. ຜ່ານການຈັດ ຕັ້ງປະຕິບັດຄືແນວນັ້ນ ຈຶ່ງເຮັດໃຫ້ຄຸນທາດການເມືອງຂອງສະມາຊິກພັກສ່ວນໃຫຍ່ ຍັງມີຄວາມໜັກແໜ້ນການເມືອງ, ມີຄວາມອົດທົນຜ່ານຜ່າ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍມີຄວາມຕັດສິນໃຈຮັບໃຊ້ພັກ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສະເໝີຕົ້ນສະ ເໝີປາຍ.

ດ້ານນໍາພາວຽກງານວິຊາສະເພາະໄດ້ນໍາພາ-ຊີ້ນໍາບັນດາກົມ, ຫ້ອງ ແລະ ສູນວິຊາສະເພາະ ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດວຽກງານວິຊາສະ ເພາະຂອງຕົນ ເປັນຕົ້ນແມ່ນນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຫາປີ 2023; ເຊິ່ງມາເຖິງປັດຈຸບັນ, ສາມາດມ້າງຄະດີຢາເສບຕິດໄດ້ຫຼາຍສົມຄວນ, ຈັບຜູ້ຖືກຫາ, ກຸ່ມແກ້ງລາຍໃຫຍ່ ແລະ ຢຶດຂອງກາງຄະດີປະເພດຕ່າງໆໄດ້ຫຼາຍສົມຄວນ. ນອກຈາກນັ້ນ, ໄລຍະ 2 ໄຕມາດຜ່ານມາ, ມີຄະດີເກີດຂຶ້ນ 2.781 ເລື່ອງ, ດໍາເນີນສໍາເລັດ 440 ເລື່ອງ, ສືບຕໍ່ດໍາເນີນ 2.341 ເລື່ອງ, ໄດ້ເອົາໃຈໃສ່ຕໍ່ວຽກງານກໍາສະພາບແຫຼ່ງຂ່າວ, ຕິດຕາມເປົ້າໝາຍອາຍາ ໄດ້ 454 ເປົ້າໝາຍ, ລົງສືບຄົ້ນຫາຄຸ້ມ ຄອງເປົ້າໝາຍ-ຊັນນະສູດເປົ້າໝາຍ 461 ເປົ້າໝາຍ.