ວັນທີ 24 ພະຈິກ 2022, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງບໍລິຄໍາໄຊ ໄດ້ຈັດການສອບເສັງວິຊາການທະຫານ ສິລະປະຍຸດ-ຍຸດທະວິທີການນໍາໃຊ້ປືນຍາວ (AK) ແລະ ປືນສັ້ນ (CF) ໃຫ້ນັກຮຽນ ປກສ ຊັ້ນຕົ້ນ ຮຸ້ນທີ X ຫຼັກສູດກໍ່ສ້າງວິຊາສະເພາະຄຸມຂັງ-ດັດສ້າງ, ໂດຍມີ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ຄະນະອຳນວຍການໂຮງຮຽນ, ພະນັກງານຄູ, ອາຈານ, ຄະນະຄູຝຶກທີ່ມາຈາກສູນຝືກອົບຮົມຄົບວົງຈອນ ກອງພັນປ້ອງກັນເຄື່ອນທີ່ ກະຊວງ ປກສ ແລະ ນັກຮຽນ ເຂົ້າຮ່ວມ.

ໃນພິທີ, ຄະນະຄູຝຶກ ແລະ ຄະນະຮັບຜິດຊອບ ໄດ້ມີຄໍາເຫັນໃນພິທີເປີດການສອບເສັງວິຊາການທະຫານ ສິລະປະຍຸດ-ຍຸດທະວິທີ ໂດຍຮຽກຮ້ອງໃຫ້ນັກຮຽນທຸກສະຫາຍນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ບົດຮຽນທີ່ໄດ້ຮຽນມາ ເຂົ້າໃນການສອບເສັງຕົວຈິງ ເພື່ອຍາດເອົາຄະແນນທີ່ດີມີຄວາມຊໍານິຊໍານານ, ເຮັດໃຫ້ການສອບເສັງຮັບປະກັນທາງດ້ານຄວາມປອດໄພ 100%.

ການສຶກສາຮໍ່າຮຽນທາງດ້ານທິດສະດີ, ສິລະປະຍຸດ-ຍຸດທະວີທີ ໃນການຍິງປືນ ມີຢູ່ 2 ປະເພດຄື: ປືນຍາວ ແລະ ປືນສັ້ນ.

ມາແຕ່ວັນທີ 1-24 ພະຈິກ 2022, ສາມາດບັນລຸໄດ້ຕາມລະດັບຄາດໝາຍ ແຕ່ຍັງມີຈຸດອ່ອນຂໍ້ຄົງຄ້າງບາງດ້ານ ເຊິ່ງມີນັກຮຽນບາງສະຫາຍ ຍັງບໍ່ສາມາດກໍາແໜ້ນດ້ານທິດສະດີໄດ້ເທົ່າທີ່ຄວນ.

ຜ່ານການລົງສະໜາມສອບເສັງຍິງປືນຕົວຈິງ, ນັກຮຽນທີ່ສອບເສັງມີທັງໝົດ 148 ສະຫາຍ ຍິງ 20 ສະຫາຍ, ເສັງໄດ້ຕາມລະດັບຄາດໝາຍຢູ່ໃນເກນ ຄະແນນ 9 ຈໍານວນ 36 ສະຫາຍ ເທົ່າກັບ 24,32%, ປະເພດດີ ຄະແນນ 8 ຈໍານວນ 83 ສະຫາຍ ເທົ່າກັບ 56,08% ແລະ ພໍໃຊ້ໄດ້ ຄະແນນ 7 ຈໍານວນ 29 ສະຫາຍ ເທົ່າກັບ 19,59 %.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!