ພະແນກຕຳຫຼວດຕ້ານການຄ້າມະນຸດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ໃຫ້ນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ ແລະ ວິທະຍາໄລເຕັກນິກວິຊາຊີບ ໃນອາທິດຜ່ານມາ, ນໍາພາໂດຍ ພັຕ ວາດສະນາ ສີສຸພອນ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດແຂວງ, ມີ ທ່ານ ທົງສະຫວັດ ລຽບວິໄຊນະວັງ ຫົວໜ້າຫ້ອງການຈັດຕັ້ງ ແລະ ກວດກາມະຫາວິທະຍາໄລສະຫວັນນະເຂດ, ທ່ານ ກອງແພງ ສຸລິຍະມາດ ຮອງອຳນວຍການໂຮງຮຽນເຕັກນິກວິຊາຊີບ ແຂວງສະຫວັນນະເຂດ, ມີພະນັກງານວິຊາການ, ຄູ-ອາຈານ ພ້ອມນ້ອງນັກສຶກສາທັງສອງວິທະຍາໄລ ເຂົ້າຮ່ວມ.

ພັຕ ວາດສະນາ ສີສຸພອນ ກ່າວວ່າ:

ສ້າງຄວາມຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ, ຜົນກະທົບ, ຮູບແບບຂອງການຄ້າມະນຸດໃນປັດຈຸບັນ ເພື່ອໃຫ້ທຸກຄົນມີສະຕິຕື່ນຕົວໃນການປ້ອງກັນສະກັດກັ້ນ ແລະ ຕ້ານຂະບວນການຕ້ານການຄ້າມະນຸດໃນຮູບແບບຕ່າງໆ, ຮູ້ທັນວິທີການເລ່ລ່ຽມຂອງຜູ້ຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ຫຼື ລູກຫຼານ, ຄົນອ້ອມຂ້າງ ຕົກເປັນເຫຍື່ອຂອງຂະບວນການດັ່ງກ່າວ.

ຮູບແບບຂອງການຄ້າມະນຸດ ແມ່ນການຂູດຮີດແຮງງານ, ການບັງຄັບໃຫ້ເປັນໂສເພນີ, ການແຕ່ງດອງແອບແຝງ ແລະ ດ້ວຍວິທີການອື່ນໆທີ່ຂັດກັບກົດໝາຍ ແລະ ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມນີ້ຍັງໄດ້ຍົກໃຫ້ເຫັນບັນຫາຫຼັກໆທີ່ພາໃຫ້ເກີດມີການຄ້າມະນຸດ ເປັນຕົ້ນ ສະພາບຄວາມທຸກຍາກ, ການສຶກສາຍັງບໍ່ສູງ, ຄົນຫວ່າງງານມີຈຳນວນຫຼາຍ, ສະພາບຄອບຄົວມີຄວາມສັບສົນ ແລະ ການຈະເລີນກ້າວໜ້າຂອງສັງຄົມ ຈຶ່ງພາໃຫ້ຜູ້ຄົນເກີດມີຄວາມຢາກໄດ້ຢາກມີ, ເກີດການແຂ່ງຂັນກັນ, ເຮັດໃຫ້ບຸກຄົນດັ່ງກ່າວ ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ເປັນຈຳນວນຫຼວງຫຼາຍ.

ນອກນັ້ນ, ໃນພິທີດຽວກັນ ກໍໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບ ກົດລະບຽບຈະລາຈອນທາງບົກ ເພື່ອເຮັດໃຫ້ພະນັກພະນັກງານ-ຄູ-ອາຈານ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ເຂົ້າໃຈກົດລະບຽບການສັນຈອນທາງບົກ, ການນຳໃຊ້ຍານພາຫະນະຕາມເສັ້ນທາງບົກໃຫ້ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ແນໃສ່ຫຼຸດຜ່ອນອຸປະຕິເຫດ, ຄວາມແອອັດໃນການສັນຈອນ ຕິດພັນກັບການບໍລິການ, ການປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມ, ຊີວິດ, ຊັບສິນຂອງບຸກຄົນ ແລະ ສາທາລະນະປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດທະກິດ-ສັງຄົມຂອງຊາດໂດຍພື້ນຖານ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!