ວັນທີ 28 ພະຈິກ 2022, ທ່ານ ນາງ ຫງວຽນທິງອັກຮາ ຫົວໜ້າຂະແໜງອາຍາ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງ ສປປ ລາວ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ ພ້ອມດ້ວຍຂອງຂວັນເຂົ້າອວຍພອນ ພົນຈັດຕະວາ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ພ້ອມດ້ວຍຄະນະ ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ.

ທ່ານ ນາງ ຫງວຽນທິງອັກຮາ ໄດ້ສະແດງຄວາມຂໍ່ານັບຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ (2/12/1975-2/12/2022), ຜ່ານຂະບວນການແຫ່ງໄຊຊະນະອັນຍິ່ງໃຫຍ່ຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະ ກໍຄື ກອງບັນຊາການ ປກສ ແຂວງ ຍາດມາໄດ້ຕະຫຼອດ ໄລຍະ 47 ປີ.

ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈຕໍ່ ຄະນະພັກຄະນະກອງບັນຊາການ ປກສ ແຂວງ ທີ່ໄດ້ໃຫ້ການອຳນວຍຄວາມສະດວກ ແລະ ສະໜັບສະໜູນຢ່າງກວ້າງຂວາງ ໃຫ້ຜູ້ປະກອບການຊາວຫວຽດນາມ ທີ່ດຳເນີນທຸລະກິດຢູ່ແຂວງອັດຕະປື ເຊິ່ງມີຫຼາຍບໍລິສັດ, ຫຼາຍຫົວໜ່ວຍທຸລະກິດຈາກ ສສ ຫວຽດນາມ ເຂົ້າມາລົງທຶນຢູ່ແຂວງອັດຕະປື, ເຊິ່ງການສະໜັບສະໜູນດັ່ງກ່າວນັ້ນ ກໍເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນສອງທ້ອງຖິ່ນ.

ພົນຈັດຕະວາ ສີເວີນ ແກ້ວສີວົງສາ ໄດ້ສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ອວຍພອນຂອງ ທ່ານ ນາງ ຫງວຽນທິງອັກຮາ ໃນຄັ້ງນີ້ ຜ່າມມາສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ແມ່ນໄດ້ປະສານງານຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມືລະຫວ່າງ ແຂວງອັດຕະປື ກັບບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ ໂດຍສະເພາະ ວຽກງານປ້ອງກັນຄວາມສະຫງົບ ເຮັດໃຫ້ການຮ່ວມມືດັ່ງກ່າວ ມີຄວາມສະໜິດແໜ້ນ, ເລິກເຊິ່ງ ແລະ ທັງເກີດຜົນປະໂຫຍດຕົວຈິງຫຼາຍຂຶ້ນ ແລະ ທ່ານຂໍໃຫ້ພ້ອມກັນສືບຕໍ່ເພີ່ມພູນສາຍສຳພັນມິດຕະພາບອັນຍິ່ງໃຫຍ່, ມູນເຊື້ອອັດດີງາມ, ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແມ່ນ ກອງບັນຊາການ ປກສ ແຂວງອັດຕະປື ກັບບັນດາກອງບັນຊາການ ປກສ ແຂວງ ທີ່ມີຊາຍແດນຕິດຈອດຂອງສອງປະເທດ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!