ວັນທີ 25 ພະຈິກ ຜ່ານມາ, ສະຫະພັນແມ່ຍິງ ແຂວງຫົວພັນ ໄດ້ຈັດພິທີຍ່າງມາລາທອນສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (25 ພະຈິກ 2000-25 ພະຈິກ 2022) ຄົບຮອບ 22 ປີ, ໂດຍມີ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳແນວຄິດທິດສະດີຂັ້ນແຂວງ, ທ່ານ ນາງ ຊໍາພອນ ລືແພງເມືອງ ຮອງປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນ 12 ໜູ່ບ້ານ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ເພີດ ມາປັນຍາ ໄດ້ເລົ່າມູນເຊື້ອປະຫວັດຄວາມເປັນມາໂດຍຫຍໍ້ຂອງ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ຄົບຮອບ 22 ປີ ວ່າ:

ວັນດັ່ງກ່າວໄດ້ມີປະຫວັດຄວາມເປັນມາທີ່ໜ້າຈົດຈໍາ ທີ່ເວົ້າເຖິງປະຫວັດຄວາມເປັນມາຂອງ 3 ເອື້ອຍນ້ອງ ຕະກູນມີຣາບານ ເຊິ່ງເກີດທີ່ເຂດໄຊບາສ ສາທາລະນະລັດ ໂດມິນິແກນ ແລະ ຈົບການສຶກສາທີ່ ສາທາລະນະລັດ ໂດມິນິແກນ, ທັງສາມເອື້ອຍນ້ອງເປັນນັກເຄື່ອນໄຫວການເມືອງ ແລະ ເປັນສັນຍາລັກໃນການຕໍ່ຕ້ານລະບອບຜະເດັດການຂອງທຣູກີໂລ.

ຍ້ອນແນວນັ້ນ, ພວກເຂົາຖືກຈັບກຸມຄຸມຂັງຊ້ຳແລ້ວຊ້ຳອີກ, ແຕ່ສາມເອື້ອຍນ້ອງກໍຍັງສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ, ເດືອນມັງກອນປີ 1960 ນາງ ປາເຕຼຍ ໄດ້ເປັນເຈົ້າການຈັດຕັ້ງກອງປະຊຸມ ເຊິ່ງນຳໄປສູ່ການສ້າງຕັ້ງຂະບວນການເຄື່ອນໄຫວໃຕ້ດິນ ໃນວັນທີ 14 ມິຖຸນາ ປີ 1960, ເມື່ອແຜນການເຄື່ອນໄຫວໃຕ້ດິນຕ້ານການປົກຄອງແບບຜະເດັດການຂອງທຣູກີໂລລົ້ມເຫຼວ, ສາມເອື້ອຍນ້ອງ ແລະ ເພື່ອນສະຫາຍໃນຂະບວນການເຄື່ອນໄຫວໃຕ້ດິນ ໃນຂອບເຂດທົ່ວປະເທດ ກໍຖືກຈັບກຸມ ແລະ 25 ພະຈິກ 1960 ສາມເອື້ອຍນ້ອງ ຕະກຸນມີຣາບານ ກໍຖືກລອບຄາດຕະກຳໃນເວລາທີ່ເຂົາເຈົ້າຂີ່ລົດໄປຢາມສາມີຂອງພວກເຂົາທີ່ຖືກຄຸມຂັງຢູ່ໃນຄຸກ.

ອຸປະຕິເຫດໃນຄັ້ງນັ້ນ ໄດ້ສ້າງຄວາມຄຽດແຄ້ນໃຫ້ປະຊາຊົນໃນທົ່ວໂລກ ອັນພາໃຫ້ເກີດຂະບວນການກ່າວປະນາມ ແລະ ຕໍ່ຕ້ານລະບອບທຣູກີໂລຢ່າງຮຸນແຮງ, ການຄາດຕະກຳສາມເອື້ອຍນ້ອງຢ່າງໂຫດຫ້ຽມ ໄດ້ເປັນເຫດການໜຶ່ງທີ່ຜັກດັນຂະບວນການເຄື່ອນໄຫວຕ້ານລະບອບທຣູກີໂລ ແລະ ນຳໄປເຖິງການລົ້ມລະລາຍຂອງລະບອບຜະເດັດການທຣູກີໂລ ໃນປີຕໍ່ມາ.

ສາມເອື້ອຍນ້ອງ ໄດ້ຖືກຍົກຍ້ອງວ່າ ເປັນແມງກະເບື້ອທີ່ບໍ່ອາດຫຼົງລືມໄດ້ ແລະ ໄດ້ກາຍເປັນສັນຍາລັກແຫ່ງການຕໍ່ຕ້ານການຕົກເປັນເຫຍື່ອຄວາມຮຸນແຮງຂອງແມ່ຍິງ, ກາຍເປັນສັນຍາລັກແຫ່ງການຕໍ່ສູ້ຂອງປະຊາຊົນ ແລະ ການທວງເພື່ອຮຽກຮ້ອງສິດທິຂອງແມ່ຍິງໃນທົ່ວໂລກ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!